ຫາງສຽງອົດສະຕາລີຕີລາຄາຢ່າງຕັ້ງຫນ້າຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງຂອງຫວຽດນາມ

ຫາງສຽງອົດສະຕາລີຕີລາຄາຢ່າງຕັ້ງຫນ້າຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງຂອງຫວຽດນາມ - ảnh 1

(vovworld)- ຫາ​ງສຽງ​ອົດ​ສະ​ຕາ​ລີ​ຕີ​ລາຄາ​ສູງ​​ເລື່ອງ​ຫວຽດນາມ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​ຈາກ​ປະຊາຊົນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ພ້ອມ​ທັງ​ໃຫ້​ຂໍ້​ສັງ​ເກດ​ວ່າ ຮ່າງ​ລັດຖະທຳ​ມະນູນ​ສະບັບດັ່ງກ່າວ​ມີ​ຈຸດ​ຕັ້ງຫນ້າ​ຫລາຍ​ຢ່າງ​ຄວນ​ສືບ​ຕໍ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ. ທ່ານ ​ເຈີ​ນບາ​​ຟຸກ, ປະທານ​ສະມາຄົມ​ນັກທຸລະກິດ​ຊາວ​ຫວຽດນາ​ອາ​ໄສ​ຢູ່​ອົດ​ສະ​ຕາ​ລີ ຢືນຢັນ​ວ່າ: ​ເລື່ອງ​ຫວຽດນາມ ຮັບ​ເອົາ​ຄຳ​ເຫັນ​ປະກອບ​ຈາກ​ປະຊາຊົນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ສະ​ແດງ​ໃຫ້​ເຫັນ​ສິດ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ເຄົາລົບ ​ແລະ ຫວຽດນາມ ​ແມ່ນ​ປະ​ເທດ​ປະຊາທິປະ​ໄຕ. ຕາມ​ທ່ານ​ແລ້ວ, ຮ່າງ​ລັດຖະທຳ​ມະນູນສະບັບ​ດັ່ງກ່າວ ຄວນ​ກຳນົດ​ວ່າ: ຊາວ​ຫວຽ,ນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ກໍ່​ໄດ້​ຮັບ​ສິດຜົນປະ​ໂຫຍ​ດ​ເຊັ່ນ​ດຽວ​ກັນ​ກັບ​ພົນລະ​ເມືອງ​ຫວຽດນາມ, ຄວນ​ກຳນົດ​ຢ່າງ​ຈະ​ແຈ້ງ​ການ​ປົກ​ປ້ອງ​ພົນລະ​ເມືອງ​ຫວຽດນາມ​ທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ, ລະບຽບ​ການ​ຂໍ​ຮັກສາ​ສັນຊາດ​ຫວຽດນາມ​ຄວນ​ກຳນົດ​ຢ່າງ​ຈະ​ແຈ້ງ​ກວ່າ ​ແລະ ງາຍ​ດາຍກວ່າ. ສາດສະດາຈານ Carlyle A Thayyer ຂຶ້ນ​ກັບ​ວິທະຍາຄານ​ປ້ອງ​ກັນຊາ​ດ ອົດ​ສະ​ຕາ​ລີ ຕີ​ລາຄາ​ວ່າ: ​ເລື່ອງ​ເປັນ​ຄັ້ງ​ທຳ​ອິດຫວຽດນາມ​​ຮັບ​ເອົາ​ຄ​ຳ​ເຫັນ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ແມ່ນ​ບາດກ້າວ​ຕັ້ງຫນ້າ. ​ແລະ ທ່ານ​ຍັງ​ໃຫ້​ຂໍ້​ສັງ​ເກດ​ວ່າ: ມີ​ຫລາຍ​ຈຸດ​ທີ່​ຕັ້ງຫນ້າ​​ໃນ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ດັ່ງກ່າວ​ຂອງ​ຫວຽດນາມ, ພົ້ນ​ເດັ່ນ​ແມ່ນ ​ເລື່ອງ​ຫວຽດນາມສະ​ແດງ​ຄວາມ​ຮັບຜິດຊອບ​ສຳລັບ​ສັນຕິພາບ​ສາກົນ​ເມື​່ອຕົກລົງ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫ​ວຮັກສາ​ສັນຕິພາບ​ປອດ​ການ​ທະຫານ​ຂອງ​ສປຊ.      ສາດສະດາຈານ Carlyle A Thayyer ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ຂອງ​ຫວຽດນາມ ຈະ​ບັນລຸ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກທົ່ວ​ປວງ​ຊົນ​ທັງ​ຊາດ​ຢ່າງ​ວອ່ງ​ໄວ.


ຂ່າວ/ບົດ​ອື່ນ