ຫາງສຽງໂລກ ຕີລາຄາສູງການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງການນໍາ ສປປ.ເກົາຫຼີ Kim Jong-un

(VOVWORLD) -ການນໍາ ສປປ.ເກົາຫຼີ Kim Jong-un ສະແດງຄວາມຫວັງຢາກເພີ່ມທະວີການຮ່ວມມື ແລະ ພົວພັນແລກປ່ຽນກັບຫວຽດນາມໃນທຸກຂົງເຂດ ແລະ ປັບປຸງພົວພັນສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່.

ສື່ມວນຊົນສາກົນ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງ ການນໍາ ສປປ.ເກົາຫຼີ Kim Jong-un ໃນວັນທີ 1 ມີນາ. ໃນນັ້ນ, ໂທລະພາບ NHK ຂອງ ຍີ່ປຸ່ນ ໄດ້ໃຫ້ຂ່າວວ່າ: ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຕີລາຄາການຢ້ຽມຢາມຫວຽດນາມຂອງການນໍາ ສປປ.ເກົາຫຼີີ Kim Jong-un ວ່າ “ມີຄວາມໝາຍປະຫວັດສາດຢ່າງໃຫຍ່ຫຼວງ”. ໃນຂະນະນັ້ນ, ການນໍາ ສປປ.ເກົາຫຼີ ກໍໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍໜູນຢ່າງສຸດອົກສຸດໃຈຂອງຫວຽດນາມ ທີ່ໄດ້ສະຫງວນໃຫ້ ສປປ.ເກົາຫຼີ ໃນການຈັດກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ.

        ໜັງສືພິມ Nikkei Asian Review ມີບົດວິຈານຢ່າງລະອຽດກ່ຽວກັບການພົວພັນຫວຽດນາມ - ສປປ.ເກົາຫຼີ ພາຍຫຼັງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຢູ່ຮ່າໂນ້ຍ.

        ໃນວັນທີ 2 ມີນາ, ສໍານັກຂ່າວສານ KCNA ຂອງ ສປປ.ເກົາຫຼີ ໃຫ້ຮູ້ວ່່າ: ການນໍາ ສປປ.ເກົາຫຼີ Kim Jong-un ສະແດງຄວາມຫວັງຢາກເພີ່ມທະວີການຮ່ວມມື ແລະ ພົວພັນແລກປ່ຽນກັບຫວຽດນາມໃນທຸກຂົງເຂດ ແລະ ປັບປຸງພົວພັນສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່.

        ທ່ານ ຢາງຕາມຈື, ເຊິ່ງເປັນນັກຊ່ຽວຊານຄົ້ນຄວ້າກ່ຽວກັບສະພາບການ ອາຊີຕາເວັນອອກ ຂຶ້ນກັບ ສະຖາບັນວິທະຍາສາດສັງຄົມ ຈີນ ຖືວ່າ ນີ້ແມ່ນການຢ້ຽມຢາມທີ່ໄດ້ຮັບຄວາມສົນໃຈຈາກປະຊາຄົມສາກົນ, ອັນໄດ້ສະແດງໃຫ້ເຫັນວ່າ ສປປ.ເກົາຫຼີ ປາດຖະໜາຢາກເປີດປະຕູອອກສູ່ພາຍນອກຫຼາຍກວ່າອີກ.ຕາມທ່ານ ຢາງຊືອຸ, ນັກຄົ້ນຄວ້າ ຂອງສະຖາບັນຄົ້ນຄວ້າບັນຫາສາກົນ ຈີນ, ແບ່ງປັນວ່າ:

 “ສິ່ງດັ່ງກ່າວໄດ້ສະແດງໃຫ້ວ່າ, ພາຍຫຼັງສໍາຫຼວດຮູບແບບ ແລະ ບົດຮຽນຕາມວົງກວ້າງ ຂອງຈີນ ແລະຫວຽດນາມ ສປປ.ເກົາຫຼີ ຈະເປີດທິດພັດທະນາໃໝ່ໃຫ້ແກ່ປະເທດ, ຊອກຫາເສັ້ນທາງພັດທະນາຕາມຮູບແບບ ແລະ ທິດທາງສະເພາະຂອງຕົນ.”

 

ຕອບກັບ

ຂ່າວ/ບົດ​ອື່ນ