ຫາງສຽງໂລກຕີລາຄາຢ່າງຕັ້ງຫນ້າກ່ຽວກັບການຢ້ຽມຢາມອາເມລິກາຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພວມຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ ເປັນຂີດໝາຍແຫ່ງບາດກ້າວໃຫມ່ໃນການພົວພັນລະຫວ່າງສອງປະເທດ. 
ຫາງສຽງໂລກຕີລາຄາຢ່າງຕັ້ງຫນ້າກ່ຽວກັບການຢ້ຽມຢາມອາເມລິກາຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ - ảnh 1  ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກຢ້ຽມຢາມຄະນະຜູ້ຕາງຫນ້າຫວຽດນາມຢູ່ ສປຊ

ມີຫລາຍຫນ້າເວັບ ແລະ ອົງການຈັດຕັ້ງມີຊື່ສຽງ ໄດ້ລົງບົດຂຽນໃຫ້ຂໍ້ສັງເກດ ແລະ ວິເຄາະກ່ຽວກັບຄວາມສຳຄັນຂອງການຢ້ຽມຢາມອາເມລິກາ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ. ບົດຂຽນລົງໃນຫນ້າເວັບ Bloomber.com ເມື່ອວັນທີ 29 ພຶດສະພາ ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້ ອາເມລິກາ ແລະ ຫວຽດນາມ ຊອກໄດ້ຫລັກໝັ້ນລວມໃນຫລາຍບັນຫາທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງຂອງພາກພື້ນ. ລັດຖະບານຫວຽດນາມ ກໍ່ປາດຖະຫນາຢາກເພີ່ມທະວີການເຊື່ອມໂຍງເຂົ້າກັບຕະຫລາດໂລກ, ໃນນັ້ນ ມີການຊຸກຍູ້ການພົວພັນຄູ່ຮ່ວມມືດ້ານການຄ້າກັບ ອາເມລິກາ. ໃນວັນດຽວກັນ ຫນ້າເວັບ Asia Sentinel  ກໍໍ່ໄດ້ລົງບົດວິຈານກ່ຽວກັບການຢ້ຽມຢາມ ອາເມລິກາ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ຂໍ້ສັງເກດວ່າ ວໍຊິງຕັນ ແລະ ຮ່າໂນ້ຍ ໄດ້ປະຕິບັດຫັນນະໂຍບາຍໄມຕິຈິດຍຸດທະສາດພາຍໃຕ້ອຳນາດການປົກຄອງຂອງອະດີດປະທານາທິບໍດີ Barack Obama ນັບມື້ນັບໃຫ້ປະກົດຜົນເປັນຈິງ ແລະ ປະຈຸບັນ ແມ່ນພາຍໃຕ້ອຳນາດການປົກຄອງຂອງປະທານາທິບໍດີ Donald Trump, ເຖິງວ່າໄດ້ຖະແຫລງຖອນອອກຈາກ ສັນຍາຄູ່ຮ່ວມມືຂ້າມປາຊີຟີກ (TPP) ກໍຕາມ ແຕ່ ວໍຊິງຕັນ ຍັງຄົງຈະພ້ອມກັບຮ່າໂນ້ຍ ຊັ່ງຊາການຊອກຫາສັນຍາການຄ້າສອງຝ່າຍມີລັກສະນະສືບທອດການປະຕິຮູບດ້ານການຄ້າມີຈຸດຄ້າຍໆຄືກັນກັບສັນຍາ TPP ອີກດ້ວຍ. ເລື່ອງເລີ່ມເຈລະຈາສັນຍາການຄ້າສອງຝ່າຍ ຈະແມ່ນບຸລິມະສິດຕົ້ນຕໍໃນລາຍການເຮັດວຽກຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເມື່ອທ່ານຢ້ຽມຢາມ ວໍຊິງຕັນໃນອາທິດນີ້. ສ່ວນສູນຄົ້ນຄ້ວາຍຸດທະສາດ ແລະ ສາກົນ ມີສຳນັກງານຕັ້ງຢູ່ ວໍຊິງຕັນ ດີຊີ ໄດ້ແນະນຳບົດຂຽນຂອງ ປອ Jonathan D. London, ນັກຄົ້ນຄ້ວາແຖວຫນ້າກ່ຽວກັບຫວຽດນາມ ແລະ ເສດຖະກິດ ການເມືອງ ທົ່ວໂລກ ໄດ້ຕີລາຄາວ່າ ການຢ້ຽມຢາມອາເມລິກາ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີລະດັບຄວາມພິສຳຄັນເສດ ບໍ່ພຽງແຕ່ສະແດງໃຫ້ເຫັນທ່າອ່ຽງພັດທະນາຂອງການພົວພັນສອງຝ່າຍ ຫວຽດນາມ ແລະ ອາເມລິກາ ແລະ ບັນດາແງ່ຫວັງພັດທະນາຂອງຫວຽດນາມ ໃນອະນາຄົດເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຍຸດທະສາດຂອງທຳນຽບຂາວສຳລັບພາກພື້ນ ອາຊີ ຕາເວັນອອກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ