ຫຼາຍ​ຂົງ​ເຂດ​ທີ່​ມີກຳລັງບົ່ມຊ້ອນ​ຂອງ​ຫວຽດ​ນາມ ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ ອາ​ເມ​ລິ​ກາ

(VOVWORLD) -ນັກຊ່ຽວຊານອາເມລິກາ 100 ກວ່າຄົນ ພ້ອມທີ່ຈະໜູນຊ່ວຍວິສາຫະກິດຂອງ 2 ປະເທດໃນການລົງທຶນ, ຊຸກຍູ້ການຄ້າ 2 ຝ່າຍໃຫ້ພັດທະນາກວ່າອີກ.
ຫຼາຍ​ຂົງ​ເຂດ​ທີ່​ມີກຳລັງບົ່ມຊ້ອນ​ຂອງ​ຫວຽດ​ນາມ ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ ອາ​ເມ​ລິ​ກາ - ảnh 1(ພາບປະກອບ: TTXVN)

ສຳນັກຂ່າວສານ Sputnik ໄດ້ຄັດສະເໜີຄຳເວົ້າຂອງບັນດານັກຊ່ຽວຊານໃຫ້ຮູ້ວ່າ ບັນດາຂົງເຂດເຊັ່ນ ເສດຖະກິດດິຈິຕອນ, ພະລັງງານຜະລິດຄືນໃໝ່, ສະທາລະນະສຸກ, ການຂົນສົ່ງ ຄາດວ່າຈະເປັນ “ຕອນດິນຄຳ” ດຶງດູດກະແສທຶນລົງທຶນຈາກ ອາເມລິກາ ເຂົ້າຫວຽດນາມ. ຕາມຜູ້ຕາງໜ້າບັນດາວິສາຫະກິດ ອາເມລິກາ ແລ້ວ, ເລື່ອງລັດຖະບານຫວຽດນາມ ບໍ່ຢຸດການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ນັກລົງທຶນ ຈະແມ່ນປະຖົມປັດໄຈເພື່ອໃຫ້ບັນດາວິສາຫະກິດນີ້ສືບຕໍ່ສຸມທຶນ ເຂົ້າຫວຽດນາມ. ທີ່ກອງປະຊຸມທຸລະກິດ ຫວຽດນາມ - ອາເມລິກາ ທີ່ໄຂຂຶ້ນເມື່ອມໍ່ໆມານີ້, ມີຫຼາຍນັກຊ່ຽວຊານ ແລະ ປະຊາຄົມວິສາຫະກິດ ອາເມລິກາ ຢືນຢັນ ຖືຕະຫຼາດຫວຽດນາມເປັນສຳຄັນພິເສດ. ທ່ານ  Marisa Lago ຮອງລັດຖະມົນຕີກະຊວງການຄ້າ ຂອງອາເມລິກາ ຮັບຜິດຊອບທາງດ້ານການຄ້າສາກົນ ໃຫ້ຮູ້ວ່າ: ນັກຊ່ຽວຊານອາເມລິກາ 100 ກວ່າຄົນ ພ້ອມທີ່ຈະໜູນຊ່ວຍວິສາຫະກິດຂອງ 2 ປະເທດໃນການລົງທຶນ, ຊຸກຍູ້ການຄ້າ 2 ຝ່າຍໃຫ້ພັດທະນາກວ່າອີກ. ເຖິງວ່າໄດ້ປະສົບກັບຄວາມຫຍຸ້ງຍາກທີ່ເກີດຈາກໂລກລະບາດໂຄວິດ-19 ໃນປີທີ່ຜ່ານມາກໍຕາມ, ແຕ່ຫຼາຍກຸ່ມບໍລິສັດແຖວໜ້າຂອງອາເມລິກາຄື: Apple, Amazon, Google, Intel... ກໍຍັງປະກາດບັນດາບ້ວງເງິນລົງທຶນເຂົ້າ ຫວຽດນາມ.

        ຕາມຜົນການສຳຫຼວດກ່ຽວກັບການລົງທຶນດຳເນີນທຸລະກິດ ປີ 2021 ຂອງສະພາວິສາຫະກິດ ອາເມລິກາ ປະຈຳ ຫວຽດນາມ (AmCham) ແລ້ວ, ເກືອບ 80% ຈຳນວນສະມາຊິກຂອງອົງການນີ້ ຕີລາຄາຢ່າງຕັ້ງໜ້າທີ່ສຸດ ຫຼື ຕັ້ງໜ້າກ່ຽວກັບແງ່ຫວັງ ໄລຍະກາງ ແລະ ຍາວ ຢູ່ຕະຫຼາດຫວຽດນາມ. ອາເມລິກາ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ເປັນຕ່ອງໂສ້ຕໍ່ສຳຄັນໃນລະບົບຕ່ອງໂສ້ສະໜອງສິນຄ້າທົ່ວໂລກ, ພ້ອມດຽວກັນນັ້ນ ກໍຄາດວ່າບົດບາດນີ້ຈະຍັງເພີ່ມຂຶ້ນໃນອະນາຄົດ.


ຕອບກັບ

ຂ່າວ/ບົດ​ອື່ນ