ຫຼາຍທ້ອງ​ຖິ່ນ ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ການ​ປ່ອຍ​ເງິນ​ລົງ​ທຶນ​ພາກ​ລັດ ຕາມ​ເວ​ລາ​ກຳ​ນົດ

(VOVWORLD) -ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ສະເໜີໃຫ້ບັນດາທ້ອງຖິ່ນ ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ໃນການປ່ອຍເງິນລົງທຶນພາກລັດ ຕາມກຳນົດເວລາ.
ຫຼາຍທ້ອງ​ຖິ່ນ ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ການ​ປ່ອຍ​ເງິນ​ລົງ​ທຶນ​ພາກ​ລັດ ຕາມ​ເວ​ລາ​ກຳ​ນົດ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນບ່າຍວັນທີ 9 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ເປັນປະທານກອງປະຊຸມທາງໄກ ກັບ 3 ແຂວງ, ນະຄອນລວມມີ ຮ່າໂນ້ຍ, ຮຶງອຽນ ແລະ ຫວິງຟຸກ ເພື່ອກວດກາ, ຊຸກຍູ້, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຍູ້ແຮງການປ່ອຍເງິນລົງທຶນພາກລັດໃນປີ 2021. ໄລ່ຮອດວັນທີ 30 ພະຈິກ ປີ 2021, ອັດຕາການປ່ອຍເງິນລົງທຶນພາກລັດ ຢູ່ 3 ທ້ອງຖິ່ນນີ້ບັນລຸໄດ້ພຽງແຕ່ 56,5% ເມື່ອທຽບໃສ່ກັບແຜນການຂອງນາຍົກລັດຖະມົນຕີ ມອບໝາຍໃຫ້ແຕ່ຕົ້ນປີ. ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ສະເໜີໃຫ້ບັນດາທ້ອງຖິ່ນ ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ໃນການປ່ອຍເງິນລົງທຶນພາກລັດ ຕາມກຳນົດເວລາ.

ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ສ້າງບົດລາຍງານກ່ຽວກັບຄວາມຄືບໜ້າໃນການປ່ອຍເງິນລົງທຶນຂອງແຂວງ ຮຶງອຽນ, ຫວິງຟຸກ, ນະຄອນຮ່າໂນ້ຍ ໃຫ້ສຳເລັດ, ໃນນັ້ນຈຳແນກຢ່າງຈະແຈ້ງກ່ຽວກັບສ່ວນເງິນລົງທຶນພາກລັດ ຂອງໂຄງການ ໃນປີ 2020 ສົ່ງມາຍັງປີ 2021, ບັນດາໂຄງການໃໝ່ ໄດ້ຮັບການ ຈັດແບ່ງ ທຶນ ແລະ ໃຫ້ຄຳໝັ້ນສັນຍາຈະປະຕິບັດສຳເລັດການປ່ອຍເງິນລົງທຶນຂອງບັນດາກະຊວງ, ອົງການຂັ້ນສູງກາງ ຕາມເວລາກຳນົດຢ່າງລະອຽດ, ເຮັດແຈ້ງສາຍເຫດທີ່ຊັກຊ້າໃນການປ່ອຍເງິນລົງທຶນຂອງບັນດາໂຄງການ ODA…

ຕອບກັບ

ຂ່າວ/ບົດ​ອື່ນ