ຫຼາຍທ້ອງ​ຖິ່ນໃນ​ທົ່ວ​ປະ​ເທດ​ປຸກ​ລະ​ດົມຂະ​ບວນ​ການ “ບຸ​ນ​ເຕັດ​ປູກ​ຕົ້ນ​ໄມ້”

(VOVWORLD) - ວັນທີ 17 ກຸມພາ, ກົງກັບວັນທີ 6 ເດືອນ 1 ໄລ່ຕາມຈັນທະປະຕິທິນ, ຫຼາຍແຂວງຢູ່ເຂດພາກກາງ ຫວຽດນາມ ໄດ້ຈັດພິທີປຸກລະດົມຂະບວນການ “ບຸນເຕັດປູກຕົ້ນໄມ້” ແລະ ລາຍການປູກຕົ້ນໄມ້ຂຽວ 1 ຕື້ຕົ້ນ ໃນໄລຍະ 2021 – 2025.

ຫຼາຍທ້ອງ​ຖິ່ນໃນ​ທົ່ວ​ປະ​ເທດ​ປຸກ​ລະ​ດົມຂະ​ບວນ​ການ “ບຸ​ນ​ເຕັດ​ປູກ​ຕົ້ນ​ໄມ້” - ảnh 1ການນຳເຂົ້າຮ່ວມຂະບວນການ “ບຸນເຕັດປູກຕົ້ນໄມ້ ເພື່ອສະແດງຄວາມຮູ້ບຸນຄຸນລຸງໂຮ່ຕະຫຼອດການ”

ຄະນະກຳມະການປະຊາຊົນແຂວງ ກ໋ວາງຈິ້ ຈັດພິທີປຸກລະດົມຂະບວນການບຸນເຕັດ ປູກຕົ້ນໄມ້ ຢູ່ ອະ­ນຸ­ສາ­ວະ­ລີນັກ­ຮົບວິ­ລະຊົນທີ່ເສຍຊີ­ວິດເພື່ອຊາດ, ແຄມຝັ່ງທິດເໜືອແມ່ນ້ຳ ແທັກຫ໊ານ. ໃນໄລຍະຈະມາເຖິງ, ແຂວງກ໋ວາງຈິ້ຈະສ້າງລະບອບລະບຽບການ, ນະໂຍບາຍໜູນຊ່ວຍການປູກຕົ້ນໄມ້ປ່າໃຫຍ່ ແລະ ມອບດິນ, ປ່າໃຫ້ແກ່ປະຊາຊົນເພື່ອປູກປ່າ, ເບິ່ງແຍງດູແລ ແລະ ປົກປັກຮັກສາ, ປູກລ້ຽງ, ສົ່ງເສີມການຟື້ນຟູຕົ້ນໄມ້ຢູ່ທ້ອງຖິ່ນຕົນ.

ການນຳແຂວງເຮົ້າຢາງ ແລະ ບັນດາພະແນກ, ຄະນະ, ຂະແໜງການ ຂອງແຂວງໄດ້ລົງຢ້ຽມຢາມທົ່ງນາຍາມຕົ້ນປີໃໝ່ຢູ່ບໍລິເວນນະຄອນ ວິແທງ. ພາຍຫຼັງລົງຕົວຈິງຮູບແບບການປູກເຂົ້າທີ່ມີຄຸນນະພາບສູງຂອງປະຊາຊົນ, ທ່ານ ເລຕຽນເຈົາ, ເລຂາຄະນະພັກແຂວງ ເຮົ້າຢາງ ພ້ອມກັບຄະນະປະຕິບັດງານຂອງແຂວງ ໄດ້ເຂົ້າຮ່ວມພິທີປຸກລະດົມຂະບວນການ “ບຸນເຕັດປູກຕົ້ນໄມ້ ເພື່ອສະແດງຄວາມຮູ້ບຸນຄຸນລຸງໂຮ່ຕະຫຼອດການ” ໂດຍຄະນະກຳມະການປະຊາຊົນນະຄອນວິແທັງ ຈັດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ