ຫຼາຍ​ປະ​ເທດ ຮຽກ​ຮ້ອງ​ໃຫ້ ລັດ​ເຊຍ ແລະ ຢູ​ແກຼນ ເຈ​ລະ​ຈາ, ຫຼີກ​ລ້ຽງ​ການ​ເຮັດ​ໃຫ້​ສາ​ມັນ​ຊົນ​ບາດ​ເຈັບ ແລະ ເສຍ​ຊີ​ວິດ

(VOVWORLD) -ທ່ານ ອວງເຫວິນບິນ ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ເນັ້ນໜັກວ່າ ປະເທດນີ້ຊົມເຊີຍເລື່ອງ ລັດເຊຍ ແລະ ຢູແກຼນ ເລີ່ມດຳເນີນການເຈລະຈາ ແລະ ຫວັງວ່າ ວິວັດທະນາການນີ້ ຈະສືບຕໍ່ດຳເນີນໄປໃນຊຸມວັນຈະມາເຖິງ.
ຫຼາຍ​ປະ​ເທດ ຮຽກ​ຮ້ອງ​ໃຫ້ ລັດ​ເຊຍ ແລະ ຢູ​ແກຼນ ເຈ​ລະ​ຈາ, ຫຼີກ​ລ້ຽງ​ການ​ເຮັດ​ໃຫ້​ສາ​ມັນ​ຊົນ​ບາດ​ເຈັບ ແລະ ເສຍ​ຊີ​ວິດ - ảnh 1ນະຄອນຫຼວງ Kiev, ຢູແກຼນ ໃນວັນທີ 24 ກຸມພາ (ພາບ: AFP/TTXVN)

ໃນບົດກ່າວປາໄສໃນວັນທີ 01 ມີນາ, ທ່ານ ອວງເຫວິນບິນ ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ເນັ້ນໜັກວ່າ ປະເທດນີ້ຊົມເຊີຍເລື່ອງ ລັດເຊຍ ແລະ ຢູແກຼນ ເລີ່ມດຳເນີນການເຈລະຈາ ແລະ ຫວັງວ່າ ວິວັດທະນາການນີ້ ຈະສືບຕໍ່ດຳເນີນໄປໃນຊຸມວັນຈະມາເຖິງ.

        ໜັງສືພິມ Khmer Times ໄດ້ຄັດສະເໜີຄຳປາໄສຂອງທ່ານ Phay Siphan ໂຄສົກລັດຖະບານ ກຳປູເຈຍ ໂດຍໃຫ້ຮູ້ວ່າ ດ້ວຍຖານະເປັນປະທານ ອາຊຽນ, ກຳປູເຈຍ ຢາກໃຫ້ ລັດເຊຍ ແລະ ຢູແກຼນ ເຈລະຈາ ແລະ ຊອກຫາມາດຕະການໄກ່ເກ່ຍ ເພື່ອຫຼີກລ້ຽງການນຳໃຊ້ກຳລັງທະຫານ ແລະ ອາວຸດນິວເຄຼຍ, ຫຼີກລ້ຽງການເຮັດໃຫ້ສາມັນຊົນໄດ້ຮັບບາດເຈັບ ແລະ ເສຍຊີວິດ. ໃນຖະແຫຼງການ, ທ່ານ Phay Siphan ໃຫ້ຮູ້ວ່າ ກຳປູເຈຍ ຈະເປັນກາງ ແລະ ຫວັງວ່າ ສອງຝ່າຍຈະຊອກຫາວິທີເຈລະຈາ ເພື່ອຜົນປະໂຫຍດຂອງສອງປະເທດ ແລະ ປະຊາຊົນສອງປະເທດ.

        ກ່ຽວກັບບັນຫານີ້, ທ່ານລັດຖະມົນຕີການຕ່າງປະເທດ ກູບາ Bruno Rodriguez Parrillas ກໍສະແດງຄວາມຊົມເຊີຍຕໍ່ການເຈລະຈາລະຫວ່າງ ລັດເຊຍ ແລະ ຢູແກຼນ ເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ