ຫຼາຍປະເທດກວດພົບກໍລະນີຕິດໄວຣັດZikaທຳອິດ

ຫຼາຍປະເທດກວດພົບກໍລະນີຕິດໄວຣັດZikaທຳອິດ - ảnh 1

(vovworld) –  ວັນ​ທີ 25/2, ກະຊວງ​ສາທາລະນະ​ລັດ ​ສ. ​ເຊັກ​ໂກ​ ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້​ໄດ້​ຮັບ​ຮູ້ 2 ກໍລະນີ​​ຕິດ​ໄວຣັດ Zika ທຳ​ອິດ​ເພາະຍຸງ​ກັດ. ບັນດາ​ຜູ້​ຕິດ​ໄວຣັດລ້ວນ​ແຕ່​ແມ່ນ​ແຂກ​ທ່ອງ​ທ່ຽວ​ກັບ​ເມືອ​ປະ​ເທດ​ຈາກ​ເຂດ Caribe ກ່ອນ​ນີ້ 2 ອາທິດ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກະຊວງ​ສາທາລະນະ​ສຸກ, ​ແຮງ​ງານ ​ແລະ ສະຫວັດດີ​ການ ຍີ່ປຸ່ນ ​ໄດ້​ຮັບ​ຮູ້ ກໍລະນີ​ຕິດ​ໄວຣັດ Zika ທຳ​ອິດ​ຢູ່​ປະ​ເທດ​ນີ້ ພາຍຫຼັງ​ໄວຣັດ​ນີ້​ຖືກ​ແຜ່​ລາມລະບາດ​ຜ່ານ​ທາງ​ຍຸງ​ກັດ​ຢ່າງ​ກ້ວາງ​ຂວາງ​ຢູ່​ບັນດາ​ປະ​ເທດ ອາ​ເມ​ລິ​ກາ ລາຕີ​ງນັບ​ແຕ່​ປີ 2015.

        ​ກໍ່​​ໃນ​ວັນ​ທີ 25/2, ທ່ານລັດຖະມົນຕີວ່າການກະຊວງ​ສາທາລະນະ​ສຸກ Costa Rica Fernando Llorca ຮັບ​ຮູ້ 2 ກໍລະນີ​ຕິດ​ໄວຣັດ Zika ທຳ​ອິດ​ຢູ່​ປະ​ເທດ ອາ​ເມ​ລິ​ກາ ກາງ​ນີ້, ​ໃນ​ນັ້ນ​ມີ​ກໍລະນີ​ແມ່ນ​ແມ່ຍິງ​ຜູ້​ຖືພາ.


ຂ່າວ/ບົດ​ອື່ນ