ຫຼາຍປະເທດຈັດຕັ້ງສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະຟາດຊິດໃນສົງຄາມໂລກຄັ້ງທີ 2


ຫຼາຍປະເທດຈັດຕັ້ງສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະຟາດຊິດໃນສົງຄາມໂລກຄັ້ງທີ 2 - ảnh 1
ການ​ຝຶກ​ຊ້ອມ​ພາກ​ທະ​ຫານ​ບົກຢູ່​ຈັດ​ຕຸ​ລັດ​ແດງ​ທີ່​ນະ​ຄອນມົດ​ສ​ກູ

(vovworld)- ມີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເພື່ອ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ໄຊ​ຊະ​ນະ​ລັດ​ທິ​ຟາດ​ຊິດ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 (9/5) ພວມ​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ລັດ​ເຊຍ, ສະ​ວິດ ແລະ ນອກ​ແວ. ຢູ່​ລັດ​ເຊຍ, ມີ​ບັນ​ດາ​ລາຍ​ການ​ດົນ​ຕີ​ປະ​ສານ​ສຽງ ແລະ ຈັດ​ງານ​ວາງ​ສະ​ແດງ, ໃນ​ນັ້ນ, ເປັນ​ໜ້າ​ສົນ​ໃຈ​ແມ່ນ​ລານ​ການ “ທຳ​ນອງ​ເພງ​ປະ​ເທດ​ຊາດ​ກ່ຽວ​ກັບ​ສົງ​ຄາມ, ສັນ​ຕິ​ພາ​ບ ແລະ ຄວາມ​ຮັກ” ຢູ່​ນະ​ຄອນຫຼວງ​ມົດ​ສ​ກູ. ຢູ່​ຈັດ​ຕຸ​ລັດ​ແດງ​ທີ່​ນະ​ຄອນຫຼວງ​ມົດ​ສ​ກູ ກໍ​ໄດ້​ດຳ​ເນີນ​ການ​ຝຶກ​ຊ້ອມ​ພາກ​ທະ​ຫານ​ບົກ ແລະ ລົດ​ທະ​ຫານ​ເພື່ອ​ຈະ​ເຂົ້າ​ຮ່ວມ​ການ​ສວນ​ສະ​ໜາມ ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ໄຊ​ຊະ​ນະ​ລັດ​ທິ​ຟາດ​ຊິດ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ 2, ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ພົນ​ທະ​ຫານ​ປະ​ມານ 15.000 ຄົນ ທີ່​ຂຶ້ນ​ກັບ​ກຳ​ລັງ​ທະ​ຫານ​ປະ​ເທດຕ່າງໆ.

ຂ່າວ/ບົດ​ອື່ນ