ຫຼາຍປະເທດສະແດງຄວາມວິຕົກກັງວົນ, ຮຽກຮ້ອງຊຸກຍູ້ມາດຕະການແກ້ໄຂດ້ານການເມືອງຢູ່ຊີຣີ

(VOVWORLD) -ວັນທີ 14 ເມສາ, ປະຊາຄົມສາກົນໄດ້ອອກສຽງສະແດງໃຫ້ເຫັນຄວາມວິຕົກກັງວົນ ຕໍ່ສະພາບປິນຂັ້ນໄດດ້ານການທະຫານຫຼ້າສຸດຢູ່ຊີຣີ, ຖືວ່າເຫດບຸກໂຈມຕີດ້ວຍລູກສອນໄຟຂອງອາເມລິກາ, ອັງກິດ ແລະ ຝລັ່ງ ຈະສົ່ງຜົນສະທ້ອນຢ່າງຕັ້ງໜ້າເຖິງຄວາມປອດໄພຂອງປະຊາຊົນຊີຣີ ແລະ ນາບຂູ່ເຖິງຄວາມຮັບຮູ້ລວມທີ່ບັນລຸໄດ້ກ່ຽວກັບບັນດາເຂດຫຼຸດຜ່ອນຄວາມເຄັ່ງຕຶງຢູ່ປະເທດຕາເວັນອອກກາງນີ້.

ຫຼາຍປະເທດສະແດງຄວາມວິຕົກກັງວົນ, ຮຽກຮ້ອງຊຸກຍູ້ມາດຕະການແກ້ໄຂດ້ານການເມືອງຢູ່ຊີຣີ - ảnh 1ລັດຖະມົນຕີການຕ່າງປະເທດອີຢິບ

(ພາບປະກອບ: AFP/TTXVN)

ຖະແຫຼງການຂອງກະຊວງການຕ່າງປະເທດອີຢິບ ໃຫ້ຮູ້ວ່າ, ປະເທດນີ້ຄັດຄ້ານການນຳໃຊ້ບໍ່ວ່າອາວຸດປະເພດໃດທີ່ຖືກເກືອດຫ້າມຢູ່ດິນແດນຊີຣີ, ພ້ອມທັງຮຽກຮ້ອງເປີດການສືບສວນສາກົນຢ່າງກະຈ່າງແຈ້ງ. ໃນຂະນະນັ້ນ, ວັນທີ 14 ເມສາ, ລັດຖະບານເປຣູ ໄດ້ສະແດງໃຫ້ເຫັນຄວາມວິຕົກກັງວົນກ່ຽວກັບເຫດບຸກໂຈມຕີທາງອາກາດຂອງອາມລິກາ ແລະ ບັນດາປະເທດພັນທະມິດແນໃສ່ຊີຣີ, ພ້ອມທັງຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຄວນລະງັບໃຈເພື່ອສະກັດກັ້ນການປະທະກັນຖືກປິນຂັ້ນໄດ ອາດຈະນາບຂູ່ເຖິງສັນຕິພາບໂລກ. ຢູ່ Bolivia, ທ່ານປະທານາທິບໍດີ Evo Morales ໄດ້ກ່າວປະນາມຢ່າງຮຸນແຮງການກະທຳບຸກໂຈມຕີດ້ານການທະຫານຂອງອາເມລິກາ, ອັງກິດ ແລະ ຝລັ່ງ, ຮຽກຮ້ອງວໍສິງຕັນ ຕ້ອງຢຸດຕິການສັງຫານສາມັນຊົນຢູ່ຊີຣີ. ສ່ວນທ່ານລັດຖະມົນຕີການຕ່າງປະເທດບຣາຊິນ Aloysio Nunes ກໍ່ສະແດງຄວາມວິຕົກກັງວົນຕໍ່ສະພາບປິນຂັ້ນໄດບັນດາການກະທຳດ້ານການທະຫານຢູ່ຊີຣີ, ພ້ອມທັງຢືນຢັນວ່າ, ບຣາຊິນ ຍາມໃດກໍ່ປົກປ້ອງມາດຕະການເຈລະຈາສຳລັບການປະທະກັນຢູ່ປະເທດຕາເວັນອອກກາງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ