ຫຼາຍ​ປະ​ເທດ​ໃນ​ໂລກ ຜ່ອນ​ຜັນ​ມາ​ດ​ຕະ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -    ໃນສະພາບທີ່ໂລກລະບາດສືບຕໍ່ມີສັນຍານຕັ້ງໜ້າ, ອາເມລິກາ ແລະ ຫຼາຍປະເທດເອີຣົບ ພວມຜ່ອນຜັນມາດຕະການປ້ອງກັນ, ຕ້ານໂລກລະບາດເທື່ອລະກ້າວ.
ຫຼາຍ​ປະ​ເທດ​ໃນ​ໂລກ ຜ່ອນ​ຜັນ​ມາ​ດ​ຕະ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ຢູ່ນິວຢອກ, ອາເມລິກາ (ພາບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 3 ມີນາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 440 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດເກືອບ 6 ລ້ານຄົນ. ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ໄລ່ມາຮອດປັດຈຸບັນ ມີຜູ້ຕິດເຊື້ອເກືອບ 80 ລ້ານຄົນ ແລະ ຜູ້ເສຍຊີວິດເກືອບ 980.000 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

    ໃນສະພາບທີ່ໂລກລະບາດສືບຕໍ່ມີສັນຍານຕັ້ງໜ້າ, ອາເມລິກາ ແລະ ຫຼາຍປະເທດເອີຣົບ ພວມຜ່ອນຜັນມາດຕະການປ້ອງກັນ, ຕ້ານໂລກລະບາດເທື່ອລະກ້າວ.

    ຢູ່ ອາເມລິກາ, ທຳນຽບ 5 ແຈ ໄດ້ແຈ້ງໃຫ້ຍົກເລີກຂໍ້ກຳນົດບັງຄັບໃຫ້ໃສ່ຜ້າອັດປາກ-ອັດດັງຢູ່ສຳນັກງານຂອງກະຊວງປ້ອງກັນປະເທດ. ນອກຈາກນັ້ນ, ກະຊວງດັ່ງກ່າວກໍອະນຸຍາດໃຫ້ເພີ່ມຈຳນວນຜູ້ມາເຮັດວຽກໂດຍກົງຢູ່ຫ້ອງການຂຶ້ນເຖິງ 50%.

    ໃນຂະນະນັ້ນ, ຕວັກກີ ໄດ້ຜ່ອນຜັນບາງມາດຕະການຈຳກັດຢູ່ບ່ອນສາທາລະນະ ໃນຈຸດເວລາທີ່ປະເທດນີ້ກ້າວເຂົ້າສູ່ໄລຍະໃໝ່ຂອງການປ້ອງກັນ, ຕ້ານໂລກລະບາດ. ກະຊວງສາທາລະນະສຸກ ຕວັກກີ ເນັ້ນໜັກວ່າ ບັ້ນປ້ອງກັນຕ້ານໂລກລະບາດໂຄວິດ - 19 ແມ່ນຂຶ້ນກັບວັກຊິນ.

    ຢູ່ ສ.ເກົາຫຼີ, ໂຮງຮຽນແຫ່ງຕ່າງໆກໍໄດ້ເປີດເທີມຮຽນໃໝ່ດ້ວຍການຮຽນ - ການສອນໂດຍກົງຢ່າງເປັນທາງການແລ້ວ.

    ສ່ວນຢູ່ ອິນເດຍ, ຕະຫຼາດບາງແຫ່ງຢູ່ລັດ Gujarat ໄດ້ເຄື່ອນໄຫວຄືນໃໝ່ພາຍຫຼັງທີ່ປິດປະຕູເປັນເວລາຍາວນານ. ເຂດພາກຕ່າງໆໃນທົ່ວປະເທດ ອິນໂດຍ ກໍໄດ້ກັບຄືນສູ່ຊີວິດເປັນປົກກະຕິຄືກ່ອນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ