ຫຼາຍພັກການເມືອງອາເມລິກາ ລາຕິນ ໄດ້ສົ່ງສານຂ່ຳນັບຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດພັກກອມມູນິດຫວຽດນາມ

(VOVWORLD) -ຫຼາຍພັກການເມືອງຢູ່ພາກພື້ນ ອາເມລິກາ ລາຕິນ ໄດ້ສົ່ງໂທລະເລກຂ່ຳນັບຊົມເຊີຍເຖິງຄະນະຊີ້ນຳ ແລະ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ທຸກຖ້ວນໜ້າເວົ້າສະເພາະ ແລະ ປະຊາຊົນຫວຽດນາມ ເວົ້າລວມ.
ຫຼາຍພັກການເມືອງອາເມລິກາ ລາຕິນ ໄດ້ສົ່ງສານຂ່ຳນັບຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດພັກກອມມູນິດຫວຽດນາມ - ảnh 1(ພາບປະກອບ: TTXVN)

ເນື່ອງໃນໂອກາດພັກກອມມູນິດຫວຽດນາມ ກະກຽມດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ໃນລະຫວ່າງວັນທີ 25 ມັງກອນ ຫາວັນທີ 02 ກຸມພາ, ຫຼາຍພັກການເມືອງຢູ່ພາກພື້ນ ອາເມລິກາ ລາຕິນ ໄດ້ສົ່ງໂທລະເລກຂ່ຳນັບຊົມເຊີຍເຖິງຄະນະຊີ້ນຳ ແລະ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ທຸກຖ້ວນໜ້າເວົ້າສະເພາະ ແລະ ປະຊາຊົນຫວຽດນາມ ເວົ້າລວມ. ໃນສານເຊິ່ງ: ພັກກອມມູນິດ ບຣາຊິນ, ພັກກອມມູນິດ ອາກຊັງຕິນ, ພັກສາມັກຄີ ອາກຊັງຕິນ, ພັກກອມມູນິດ ອູຣູກວາຍ… ໄດ້ຍ້ອງຍໍຄວາມມານະພະຍາຍາມຂອງພັກກອມມູນິດຫວຽດນາມ ໃນຕະຫຼອດໄລຍະກະກຽມຈັດຕັ້ງກອງປະຊຸມໃຫຍ່, ພິເສດແມ່ນໃນເງື່ອນໄຂທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດຂອງປີ 2020 ເມື່ອໂລກລະບາດໂຄວິດ-19 ແລະ ໄພທຳມະຊາດ, ພາຍຸ, ນ້ຳຖ້ວມໄດ້ສົ່ງຜົນສະທ້ອນຢ່າງໜັກໜ່ວງເຖິງການດຳລົງຊີວິດ, ເສດຖະກິດ, ສັງຄົມຂອງປະເທດຊາດ. ພັກການເມືອງເຫຼົ່ານັ້ນໄດ້ສະແດງຄວາມຫວັງວ່າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈະວາງອອກການກຳນົດທິດແຫ່ງການພັດທະນາປະເທດຊາດໃນໄລຍະໃໝ່, ບັນລຸຜົນງານຫຼາຍຢ່າງບົນເສັ້ນທາງແຫ່ງການກໍ່ສ້າງສັງຄົມນິຍົມ.

ຕອບກັບ

ຂ່າວ/ບົດ​ອື່ນ