ຫາຍ​ຟ່ອງ ​ນຳ​ໜ້າ​​ທົ່ວ​ປະ​ເທດ​ກ່ຽວ​ກັບການ​ດຶງ​ດູດທຶນ​ FDI

(VOVWORLD) -      ຫາຍຟ່ອງນໍາໜ້າທົ່ວປະເທດໃນປີ 2021 ກ່ຽວກັບການດຶງດູດເງິນລົງທຶນຈາກຕ່າງປະເທດດ້ວຍຍອດເງິນລົງທຶນກວ່າ 5,62 ຕື້ USD. 

        ຫາຍຟ່ອງ ໄດ້ລື່ນກາຍນະຄອນ ໂຮ່ຈີມິນ, ຮ່າໂນ້ຍ, ບິ່ງເຢືອງ ຊຶ່ງໄດ້ນໍາໜ້າທົ່ວປະເທດໃນປີ 2021 ກ່ຽວກັບການດຶງດູດເງິນລົງທຶນຈາກຕ່າງປະເທດດ້ວຍຍອດເງິນລົງທຶນກວ່າ 5,62 ຕື້ USD, ເພີ່ມຂຶ້ນເກືອບ 3,5 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ຖັດຈາກນັ້ນແມ່ນ ແຂວງ ລອງອານ ດ້ວຍ 3,84 ຕື້ USD, ນະຄອນ ໂຮ່ຈີມິນ ຢືນອັນດັບທີ 3 ດ້ວຍຈຳນວນເງິນຫຼາຍກວ່າ 3,7 ຕື້ USD, ຖັດຈາກນັ້ນແມ່ນ ບິ່ງເຢືອງ, ບັກນິງ, ຮ່າໂນ້ຍ…

        ໃນຈໍານວນບັນດານັກລົງທຶນໃຫຍ່ຢູ່ ຫາຍຟ່ອງ ແມ່ນຕ້ອງເວົ້າເຖິງ ກຸ່ມບໍລິສັດເອເລັກໂຕນິກ LG ຂອງ ສ.ເກົາຫຼີ. ກຸ່ມບໍລິສັດດັ່ງກ່າວ ໄດ້ມີການດັດປັບເພີ່ມເງິນລົງທຶນເຖິງ 2 ຄັ້ງ ແລະ ກໍແມ່ນວິສາຫະກິດທີ່ມີທຶນ FDI ກ້ອນໃຫຍ່ທີ່ສຸດຢູ່ ຫາຍຟ່ອງ.


ຕອບກັບ

ຂ່າວ/ບົດ​ອື່ນ