ຫຼາຍລັດຂອງ ອາເມລິກາ ຮ້ອງຟ້ອງອຳນາດການປົກຄອງປະທານາທິບໍດີ Donald Trump ກ່ຽວກັບການຍົກເລີກ DACA

(VOVWORLD) - ເພື່ອແນໃສ່ຄັດຄ້ານຄຳຕັດສິນຂອງທ່ານປະທານາທິບໍດີ Donald Trump ຍົກເລີກໂຄງການໂຈະການເຄື່ອນໄຫວສຳລັບຜູ້ອົບພະຍົບເຂົ້າ ອາເມລິກາ ແຕ່ຄາວຍັງນ້ອຍ (ເອີ້ນຫຍໍ້ວ່າ DACA), ອຳນາດການປົກຄອງຂອງ 15 ລັດຂອງອາເມລິກາ ແລະ ເມືອງ Columbia ພ້ອມກັນໄດ້ຍື່ນໃບຮ້ອງຟ້ອງອຳນາດການປົກຄອງສະຫະລັດ. 
 
ຫຼາຍລັດຂອງ ອາເມລິກາ ຮ້ອງຟ້ອງອຳນາດການປົກຄອງປະທານາທິບໍດີ Donald Trump ກ່ຽວກັບການຍົກເລີກ DACA - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump

ລະອຽດຄືິ: ໃນໃບຄຳຮ້ອງທີ່ສົ່ງເຖິງສານສະຫະລັດ ນິວຢອກ ເມື່ອວັນທີ 6 ກັນຍາ, ຜູ້ຮັບຜິດຊອບດ້ານຍຸຕິທຳຂອງ 15 ລັດພ້ອມກັບເມືອງ Columbia ໄດ້ກ່າວຫາອຳນາດການປົກຄອງ Donald Trump ມີການກະທຳຈຳແນກການປະພຶດສຳລັບຜູ້ເຂົ້າເມືອງທີ່ມີເຊື້ອຊາດ ເມກຊີໂກ, ກວມ 78% ຈຳນວນຄົນໂດຍ DACA ອຸປະຖຳ, ລະເມີດຫຼັກການພິພາກສາຍຸຕິທຳທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນຂອງ ອາເມລິກາ ກໍ່ຄືກໍ່ຄວາມເສຍຫາຍໃຫ້ແກ່ປະຊາຊົນ, ບັນດາລະບອບ ແລະ ພື້ນຖານເສດຖະກິດຂອງບັນດາລັດແຫ່ງນີ້. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Eric T.Schneiderman, ຜູ້ຮັບຜິດຊອບດ້ານຍຸຕິທຳຂອງລັດ ນິວຢອກ ຢືນຢັນວ່າ: ຜູ້ເຂົ້າເມືອງແມ່ນ “ແຫຼ່ງກຳລັງ” ຂອງລັດ ນິວຢອກ ແລະ ຄຳຕັດສິນຂອງທ່ານປະທານາທິບໍດີ Donald Trump ໄດ້ທຳລາຍຊີວິດການເປັນຢູ່ຂອງປະຊາຊົນນິວຢອກ 42.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ