ຫຼາຍລາຍການສະໜັບສະໜູນຊ່ວຍເຫຼືອຜູ້ທຸກຍາກຕ້ອນຮັບບຸນເຕັດ

ຫຼາຍລາຍການສະໜັບສະໜູນຊ່ວຍເຫຼືອຜູ້ທຸກຍາກຕ້ອນຮັບບຸນເຕັດ - ảnh 1
ພາບປະກອບ

(vovworld) –  ລາຍການ “ລະດູບານ​ໃໝ່​ກັບ​ເດັກນ້ອຍ​ທຸກ​ຍາກ” ຄັ້ງ​ທີ 9, ປີ 2016 ​ໂດຍ​ກອງ​ທຶນ​ຊ່ວຍ​ເຫຼືອ​ເດັກ​ແຂວງ ບີ່​ງ​ເຢືອງ ຈັດ​ຕັ້ງ, ​ໄດ້​ມອບ​ຂອງຂວັນ 600 ພູດ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 500 ​ແສນ​ດົ່ງ ​ໃຫ້​ແກ່​ເດັກນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເດັກ​ພິການ, ​ເດັກ​ກຳ​ພ້າ​ກຳ​ພອຍບໍ່​ມີ​ບ່ອນ​ເພິ່ງ​ພາ​ອາ​ໄສ ​ໄດ້​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016. ນອກຈາກ​ນັ້ນ, ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ໂຮງຮຽນ​ປະຖົມ ​ໂຮ່ຫາວ​ເຮີ​ນ ດ້ວຍ​ຍອດ​ມູນ​ຄ່າ​ການ​ກໍ່ສ້າງ 100 ລ້ານ​ດົ່ງ​ເພື່ອ​ຊ່ວຍ​ເຫຼືອນັກຮຽນ. ​ໃນ​ຂະນະ​ນັ້ນ, ບັນດາ​ວິ​ສາ​ຫະກິດ​ແຂວງ ​ເງ້​ອານ​  ​ເລ້​ຍລາຍ​​ໄດ້​ເງິນ 30 ຕື້​ດົ່ງ​ສະໜັບສະໜູູນຜູ້​ທຸກ​ຍາກ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016.


ຂ່າວ/ບົດ​ອື່ນ