ອັງກິດ ຖະແຫລງຈະກຽມພ້ອມສຳລັບທຸກໝາກຜົນການເຈລະຈາຫລັງ Brexit

(VOVWORLD) -ອັງກິດ ກຽມພ້ອມຮັບມືກັບທຸກໝາກຜົນການເຈລະຈາກັບ ສະຫະພາບເອີລົບ ກ່ຽວກັບການພົວພັນລະຫວ່າງສອງຝ່າຍ ຫລັງ Brexit.

ກ່າວຄຳເຫັນຕໍ່ນັກຂ່າວໃນວັນທີ 4 ກັນຍາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ສະແດງຄວາມເຊື່ອໝັ້ນວ່າ ປະເທດ ອັງກິດ ຈະຜ່ານຜ່າສະພາບການນີ້ໄດ້ ພ້ອມທັງເນັ້ນຫນັກວ່າ ສິ່ງສຳຄັນນັ້ນແມ່ນບັນດາຄູ່ຮ່ວມມືຂອງອັງກິດ ເຂົ້າໃຈໄດ້ວ່າ ລອນດອນ ຈະເຮັດສິ່ງທີ່ຄວນເຮັດ. ການນຳ ອັງກິດ ຍົກອອກຖະແຫລງການດັ່ງກ່າວໃນສະພາບບັນດາເຈົ້າຫນ້າທີ່ສອງຝ່າຍ ກະກຽມກ້າວເຂົ້າສູ່ຮອບເຈລະຈາຄັ້ງທີ 8 ຢ່າງເປັນທາງການໃນສັບປະດາຈະມາເຖິງ.

ຖະແຫລງການໃນວັນດຽວກັນ, ທ່ານ Charles Michel ປະທານສະພາເອີລົບ ສະແດງຄວາມລະແວງສົງໄສກ່ຽວກັບຄວາມສາມາດທີ່ວ່າ ລອນດອນ ແລະບຣຸກແຊນ ອາດຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບການພົວພັນໃຫມ່ ຫລັງ Brexit.

ຕອບກັບ

ຂ່າວ/ບົດ​ອື່ນ