ອັງກິດ ບໍ່ຍົກອອກບັນດາມາດຕະການລົງໂທດໃໝ່ເລັ່ງໃສ່ ລັດເຊຍ ຕື່ມອີກ

(VOVWORLD) - ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ຕັດສິນໃຈບໍ່ເຮັດໃຫ້ບັ້ນຮົບການທູດລະຫວ່າງ ອັງກິດ ແລະ ລັດເຊຍ ປີນຂັ້ນໄດ, ພາຍຫລັງທີ່ເນລະເທດນັກການທູດ ລັດເຊຍ ຢູ່ ອັງກິດ 23 ຄົນ ແລະ ຄອບຄົວເຂົາເຈົ້າອອກຈາກປະເທດ, ດ້ວຍເຫດຜົນທີ່ກ່າວຫາເຂົາເຈົ້າວ່າ ແມ່ນບັນດາ “ນັກສືບ” ຂອງ ລັດເຊຍ ຢູ່ ອັງກິດ.

ວັນທີ 21 ມີນາ, ໃນຖະແຫຼງການຫຼ້າສຸດ, ທ່ານນາງນາຍົກລັດຖະມົນຕີ Theresa May ໃຫ້ຮູ້ວ່າ: ລອນດອນ ບໍ່ຍົກອອກຄຳສັ່ງລົງໂທດໃໝ່ຕື່ມອີກທີ່ເລັ່ງໃສ່ ມົດສະກູ ເຊິ່ງຈະສຸມໃສ່ເຂົ້າໃນການຕິດຕາມກວດກາຢ່າງເຄັ່ງຄັດບັນດາຜູ້ໃກ້ຊິດ, ເພື່ອນມິດຂອງທ່ານປະທານາທິບໍດີ Vladimir Putin ຢູ່ ອັງກິດ ແລະ ຍົກອອກບັນດາຄຳສັ່ງກວດກາຄວາມໝັ້ນຄົງໃໝ່ສຳລັບບັນດາເຮືອບິນສ່ວນຕົວ.

        ປັດຈຸບັນ, ອັງກິດ ພວມມີຄວາມຫວັງວ່າ ບັນດາປະເທດສະມາຊິກສະຫະພາບ ເອີຣົບ (ອີຢູ) ຈະສະແດງຄວາມສາມັກຄີຂອງຕົນໃນບັນຫານີ້ ທີ່ກອງປະຊຸມສຸດຍອດ ອີຢູ ໃນວັນທີ 22 ມີນາ ຢູ່ ບຣຸກແຊນ ປະເທດແບນຊິກ ເຖິງວ່າ ລອນດອນ ຈະບໍ່ເລັ່ງລັດເພື່ອໃຫ້ ບຣຸກແຊນ ຮັບຮອງເອົາບັນດາຄຳສັ່ງລົງໂທດໃໝ່ເລັ່ງໃສ່ ມົດສະກູ ກໍ່ຕາມ ຍ້ອນວ່າ ປັດຈຸບັນ ໃນອີຢູ ມີບັນດາທັດສະນະທີ່ກົງກັນຂ້າມໃນການແກ້ໄຂການພົວພັນກັບ ລັດເຊຍ.

        ປັດຈຸບັນ, ບັນດາຄວາມເຄັ່ງຕຶງລະຫວ່າງ ອັງກິດ ແລະ ລັດເຊຍ ກ່ຽວຂ້ອງເຖິງເຫດການວາງຢາເບື່ອຂ້າອະດີດນັກສືບຊາວ ລັດເຊຍ Sergei Skripal ແລະ ລູກສາວຂອງທ່ານ, ນາງ Yulia ຢູ່ນະຄອນ Salisbury.

ຕອບກັບ

ຂ່າວ/ບົດ​ອື່ນ