ອັງກິດ ປະຕິເສດ ຄຳຮຽກຮ້ອງຂອງ ສ.ອຽກລັງ ກ່ຽວກັບເລື່ອງພ້ອມກັນຄຸ້ມຄອງເຂດແຄ້ວນ ອຽກລັງເໜືອ

(VOVWORLD) - ວັນທີ 5 ກັນຍາ, ລັດຖະບານ ອັງກິດ ໄດ້ປະຕິເສດຄຳຮຽກຮ້ອງຂອງລັດຖະມົນຕີການຕ່າງປະເທດ ສ.ອຽກລັງ ເພື່ອໃຫ້ອຳນາດການປົກຄອງ Dublin 
ອັງກິດ ປະຕິເສດ ຄຳຮຽກຮ້ອງຂອງ ສ.ອຽກລັງ ກ່ຽວກັບເລື່ອງພ້ອມກັນຄຸ້ມຄອງເຂດແຄ້ວນ ອຽກລັງເໜືອ - ảnh 1 (ພາບປະກອບ)

ສ່ວນບົດບາດຄຸ້ມຄອງເຂດ ແຄ້ວນ ອຽກລັງເໜືອ ຂອງ ອັງກິດ ຖ້າຫາກບັນດາພັກຝ່າຍຢູ່ແຫ່ງນີ້ ບໍ່ຟື້ນຟູ ອຳນາດການປົກຄອງແບ່ງປັນສິດອຳນາດຄືນໃໝ່; ພ້ອມທັງຢືນຢັນວ່າ ອັງກິດ ຈະບໍ່ສາມາດຍອມຮັບໄດ້ ເລື່ອງແບ່ງປັນການຄຸ້ມຄອງ ອຽກລັງເໜືອ. ໂຄສົກລັດຖະບານ ອັງກິດ ຖະແຫຼງວ່າ ປະເທດນີ້ ບໍ່ເຫນດີຕົກລົງໃນຂໍ້ຕົກລົງໃດໆ, ຄືພ້ອມກັນເຂົ້າຮ່ວມການຄຸ້ມຄອງ ຍ້ອນວ່າ ມັນໄປຝືນກັບບັນດາຫຼັກການຂອງຂໍ້ຕົກລົງສັນຕິພາບວັນສຸກທີ່ໂຊກດີຢູ່ ອຽກລັງເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ