ອັງກິດ ຢັ້ງຢືນວ່າ ບໍ່ລົບລ້າງບັນດາຂໍ້ກຳນົດຕິດຕາມກວດກາດ້ານການເງິນທີ່ພວມມີ ຜົນສັກສິດພາຍຫລັງ Brexit

(VOVWORLD) - ວັນທີ 04 ມີນາ, ທ່ານລັດຖະມົນຕີກະຊວງບໍລິການການເງິນ ອັງກິດ John Glen ໃຫ້ຮູ້ວ່າ: ລອນດອນ ບໍ່ມີເຈດຈຳນົງຢາກລົບລ້າງບັນດາຂໍ້ກຳນົດຕິດຕາມກວດກາຂະແໜງບໍລິການການເງິນທີ່ໃຫຍ່ໂຕຢູ່ປະເທດນີ້ ພາຍຫລັງດຳເນີນວິວັດການປ່ຽນຜ່ານຫລັງ Brexit – ພຽງແຕ່ເລື່ອງ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ) - ຈະຢຸດຕິໃນທ້າຍປີນີ້. 
ອັງກິດ ຢັ້ງຢືນວ່າ ບໍ່ລົບລ້າງບັນດາຂໍ້ກຳນົດຕິດຕາມກວດກາດ້ານການເງິນທີ່ພວມມີ ຜົນສັກສິດພາຍຫລັງ Brexit - ảnh 1 ອັງກິດ ຢັ້ງຢືນວ່າ ບໍ່ລົບລ້າງບັນດາຂໍ້ກຳນົດຕິດຕາມກວດກາດ້ານການເງິນທີ່ພວມມີ ຜົນສັກສິດພາຍຫລັງ Brexit (ພາບ: TTXVN)

ໂດຍລະອຽດ, ຕາມທ່ານ John Glen ແລ້ວ, ອັງກິດ ບໍ່ຊອກຫາວິທີທີ່ເຮັດໃຫ້ຂະແໜງບໍລິການການເງິນຂອງຕົນມີຄວາມແຕກຕ່າງ ດ້ວຍວິທີນຳໃຊ້ບັນດາມາດຖານຕ່ຳກ່ວາທີ່ບັນຈຸໃນບັນດາຂໍ້ກຳນົດການເງິນ. ສານຕົ້ນຕໍ ຍັງຄົງສືບຕໍ່ເຄົາລົບບັນດາຂໍ້ກຳນົດສູງສຸດ. ອັງກິດ ກໍ່ປາດຖະໜາຢາກໃຫ້ ອີຢູ ຈະມີບັນດາການຕີລາຄາ “ຕັ້ງໜ້າ” ກ່ອນເດືອນ ມີຖຸນາ ຈະມາເຖິງ ຍ້ອນຄວາມຈິງທີ່ວ່າ ອັງກິດ ໄດ້ຍົກອອກບັນດາຂໍ້ກຳນົດການເງິນຂອງ ອີຢູ ເຂົ້າລະບຸໃນລະບົບກົດໝາຍແຫ່ງຊາດ ດັ່ງນັ້ນ ບັນດາຂໍ້ກຳນົດການເງິນຂອງ ອັງກິດ ຕ້ອງໄດ້ຮັບການຮັບຮູ້ວ່າແມ່ນ “ຄ້າຍຄືກັນ” ໃນທຸກກໍລະນີ.

ຕອບກັບ

ຂ່າວ/ບົດ​ອື່ນ