ອັງກິດ ສະເໜີ ຝຣັ່ງ ເລີ່ມເຄື່ອນໄຫວການເຈລະຈາຫລຸດຜ່ອນການກະທົບ ທີ່ອາດຈະເກີດຂຶ້ນພາຍຫລັງ Brexit ບໍ່ມີຂໍ້ຕົກລົງ

(VOVWORLD) - ພະລາຊີນີແຫ່ງລາຊະອານາຈັກ ອັງກິດ Elizabeth II ໄດ້ຕົກລົງເຫັນດີຕາມການສະເໜີຂອງລັດຖະບານ ກ່ຽວກັບເລື່ອງໂຈະການເຮັດວຽກຂອງສະພາແຫ່ງຊາດ.

ວັນທີ 28 ສິງຫາ, ທ່ານ Stephen Barclay ລັດຖະມົນຕີຮັບຜິດຊອບ Brexit (ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ - ອີຢູ) ຂອງ ອັງກິດ ປະກາດວ່າ ຈະເຕືຶ້ອງເຖິງແຜນການທີ່ກ່ຽວຂ້ອງກັບເລື່ອງ ລອນດອນ ແລະ ປາຣີ ຄວນເລີ່ມເຄື່ອນໄຫວການເຈລະຈາໃນທັນທີ ແນໃສ່ຫລຸດຜ່ອນສະພາບການທີ່ຂາດຕອນ ເຊິ່ງອາດຈະເກີດຂຶ້ນໃນຈຸດເວລາສຸດທ້າຍວັນທີ 31 ຕຸລາ ຖ້າຫາກກໍລະນີ Brexit ບໍ່ມີຂໍ້ຕົກລົງ.

ອັງກິດ ສະເໜີ ຝຣັ່ງ ເລີ່ມເຄື່ອນໄຫວການເຈລະຈາຫລຸດຜ່ອນການກະທົບ ທີ່ອາດຈະເກີດຂຶ້ນພາຍຫລັງ Brexit ບໍ່ມີຂໍ້ຕົກລົງ - ảnh 1 ທ່ານ Stephen Barclay ລັດຖະມົນຕີຮັບຜິດຊອບ Brexit ຂອງ ອັງກິດ (ພາບ: AFP/ TTXVN)

        ແຈ້ງການຈາກຫ້ອງວ່າການລັດຖະມົນຕີໃຫ້ຮູ້ວ່າ: ໃນບົດກ່າວຄຳເຫັນທີ່ ປາຣີ, ທ່ານ Barclay ຈະ “ຍົກອອກບັນຫາທີ່ວ່າ ລາຊະອານາຈັກ ອັງກິດ ແລະ ຝຣັ່ງ ຕ້ອງກະກຽມໃຫ້ແກ່ກໍລະນີ (Brexit) ບໍ່ມີຂໍ້ຕົກລົງ ດ້ວຍວິທີເລີ່ມເຄື່ອນໄຫວບັນດາການເຈລະຈາ 2 ຝ່າຍກ່ຽວກັບວິທີຫລຸດຜ່ອນການກະທົບຂອງສິ່ງດັ່ງກ່າວໃນທັນທີ”.

ອັງກິດ ສະເໜີ ຝຣັ່ງ ເລີ່ມເຄື່ອນໄຫວການເຈລະຈາຫລຸດຜ່ອນການກະທົບ ທີ່ອາດຈະເກີດຂຶ້ນພາຍຫລັງ Brexit ບໍ່ມີຂໍ້ຕົກລົງ - ảnh 2 ພະລາຊີນີແຫ່ງລາຊະອານາຈັກ ອັງກິດ Elizabeth II (ພາບ:  Gettyimages)

ກໍ່ກ່ຽວຂ້ອງເຖິງບັນຫາດັ່ງກ່າວ, ພະລາຊີນີແຫ່ງລາຊະອານາຈັກ ອັງກິດ Elizabeth II ໄດ້ຕົກລົງເຫັນດີຕາມການສະເໜີຂອງລັດຖະບານ ກ່ຽວກັບເລື່ອງໂຈະການເຮັດວຽກຂອງສະພາແຫ່ງຊາດ ເຊິ່ງຄາດວ່າຈະເລີ່ມຕົ້ນໃນວັນທີ 03 ກັນຍາ ໄປຮອດວັນທີ 14 ຕຸລາ ເພື່ອແນໃສ່ສະກັດກັ້ນການກີດຂວາງຈາກບັນດາສະມາຊິກລັດຖະສະພາຝ່າຍຄ້ານໃນກໍລະນີ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ) ຫຼື ເອີ້ນວ່າ Brexit, ເຊິ່ງບໍ່ມີຂໍ້ຕົກລົງໃນວັນທີ 31 ຕຸລາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ