ອັງ​ກິດ, ອາ​ເມ​ລິ​ກາ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຮັກ​ສາ​ຄວາມ​ເສ​ລີ​ໃນ​ການ​ເດີນ​ເຮືອ ຢູ່ ມະ​ຫາ​ສະ​ຫມຸດ​ອິນ​ເດຍ - ປາ​ຊີ​ຟິກ

(VOVWORLD) - ອັງກິດ ແລະ ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາ “ຮັບປະກັນຄວາມເສລີໃນການເດີນເຮືອ” ກ່ອນທີ່ຈະສົມທົບກັນຜັນຂະຫຍາຍກຸ່ມກຳປັ່ນສະໜາມບິນ HMS Queen Elizabeth (CSG21) ໄປຍັງເຂດມະຫາສະຫມຸດ ອິນເດຍ  - ປາຊີຟິກ ຊຶ່ງຄາດວ່າແມ່ນ ໃນວັນທີ 24 ພຶດສະພາ.
ອັງ​ກິດ, ອາ​ເມ​ລິ​ກາ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຮັກ​ສາ​ຄວາມ​ເສ​ລີ​ໃນ​ການ​ເດີນ​ເຮືອ ຢູ່ ມະ​ຫາ​ສະ​ຫມຸດ​ອິນ​ເດຍ - ປາ​ຊີ​ຟິກ - ảnh 1ກຳປັ່ນສະໜາມບິນ HMS Queen Elizabeth (ພາບ: AFP/TTXVN)

ທີ່ການຢ້ຽມຢາມ ອາເມລິກາ ໃນລະຫວ່າງວັນທີ 4 – 5 ພຶດສະພາ, ທ່ານ ພົນເຮືອເອກກອງທັບເຮືອ ລາຊະອານາຈັກ ອັງກິດ Tony Radakin ໃຫ້ຮູ້ວ່າ ເລື່ອງອັງກິດ ແລະ ອາເມລິກາ ສົມທົບກັນຜັນຂະຫຍາຍ ກຸ່ມກຳປັ່ນສະໜາມບິນ HMS Queen Elizabeth ໄປຍັງເຂດມະຫາສະຫມຸດອິນເດຍ - ປາຊີຟິກ ແມ່ນສິ່ງພິສູດໃຫ້ເຫັນ ກຳລັງແຮງຂອງການພົວພັນພິເສດ “ໃນໂລກທີ່ນັບມື້ນັບແກ້ງແຍ້ງກັນ” ແລະ ຄຳໝັ້ນສັນຍາຮັກສາຄວາມເສລີໃນການເດີນເຮືອ ຢູ່ເຂດນີ້.

        ທ່ານ ພົນເຮືອເອກ Tony Radakin ໃຫ້ຮູ້ວ່າ ອັງກິດມີແຜນການເພີ່ມທະວີການມີໜ້າຂອງທະຫານເຮືອຢູ່ເຂດມະຫາສະຫມຸດອິນເດຍ - ປາຊີຟິກ ເມື່ອ ຍຸດທະສາດ ຖື ເຂດມະຫາສະຫມຸດ ອິນເດຍ - ປາຊີຟິກເປັນສຳຄັນ ຂອງ ອັງກິດ ໄດ້ຮັບການປະກາດ ໃນບົດຕີລາຄາການປະມວນກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພັດທະນາ ແລະ ການທູດ ຂອງ ອັງກິດ ໃນເດືອນ ມີນາ ທີ່ຜ່ານມາ, ຜ່ານນັ້ນກໍ່ຮັບຮອງເອົາກຳລັງແຮງດ້ານເສດຖະກິດ ຂອງເຂດ ດ້ວຍເລື່ອງທີ່ວ່າ ໃນລະຫວ່າງປີ 2040 - ປີ 2050, 40% GDP ຂອງໂລກຈະສຸມໃສ່ເຂດນີ້. ທ່ານ ພົນເຮືອເອກ Tony Radakin ໄດ້ຢັ້ງຢຶນຄຳໝັ້ນສັນຍາຂອງອັງກິດ ເພື່ອມຸ່ງໄປເຖິງເຂດ “ມະຫາສະຫມຸດອິນເດຍ - ປາຊີຟິກ ທີ່ມີຄວາມເສລີ ແລະ ເປີດກ້ວາງ, ອະນຸຍາດໃຫ້ ການຄ້າ ແລະ ຄວາມວັດທະນາຖາວອນມີການພັດທະນາ ແລະ ຄົງຕົວ ໃນທົ່ວໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ