ອັງກິດ ແລະ ຍີ່ປຸ່ນ ມຸ່ງໄປເຖິງການສ້າງຕັ້ງການພົວພັນຄູ່ຮ່ວມມືດ້ານເສດຖະກິດ ທີ່ເຕັມໄປດ້ວຍຄວາມມັກໃຫຍ່ໃຝ່ສູງ

(VOVWORLD) -ການນໍາສອງທ່ານ ໄດ້ຢັ້ງຢືນວ່າ ຈະຮ່ວມມືນໍາກັນໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນ “ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດປະຕູ”

ອັງກິດ ແລະ ຍີ່ປຸ່ນ ມຸ່ງໄປເຖິງການສ້າງຕັ້ງການພົວພັນຄູ່ຮ່ວມມືດ້ານເສດຖະກິດ ທີ່ເຕັມໄປດ້ວຍຄວາມມັກໃຫຍ່ໃຝ່ສູງ - ảnh 1ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May  ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe (ພາບ:TTXVN)

ວັນທີ 10 ມັງກອນ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May  ໄດ້ມີການເຈລະຈາກັບ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທີ່ພວມມີການຢ້ຽມຢາມ ລອນດອນ, ໃນນັ້ນສອງຝ່າຍໄດ້ເຫັນດີເປັນເອກະພາບ ສ້າງຕັ້ງການພົວພັນຄູ່ຮ່ວມມືດ້ານເສດຖະກິດໃໝ່ ແລະ ເຕັມໄປດ້ວຍຄວາມມັກໃຫຍ່ໃຝ່ສູງຫຼາຍຢ່າງ  ຄືກັນກັບຂໍ້ຕົກລົງການຄ້າເສລີ ຍີ່ປຸ່ນ - ສະຫະພາບເອີຣົບ (ອີຢູ), ໃນສະພາບການທີ່ ອັງກິດ ພວມຢູ່ໃນວິວັດທະນາການຖອນຕົວອອກຈາກ ກຸ່ມດັ່ງກ່າວ ຫຼື ເອີ້ນວ່າ Brexit ໃນເດືອນ ມີນາ ຈະມາເຖິງ. ໃນຖະແຫຼງການຮ່ວມ ທີ່ໄດ້ຍົກອອກມາ ພາຍຫຼັງການເຈລະຈາສອງຝ່າຍຢູ່ລອນດອນ, ການນໍາສອງທ່ານ ໄດ້ຢັ້ງຢືນວ່າ ຈະຮ່ວມມືນໍາກັນໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນ “ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດປະຕູ”. ສອງຝ່າຍເຫັນດີສ້າງຕັ້ງການພົວພັນຄູ່່ຮ່ວມມືດ້ານເສດຖະກິດສອງຝ່າຍແບບໃໝ່ ຍິ່ງໄວກໍ່ຍິ່ງດີ, ໃນສະພາບທີ່ ອັງກິດ ຖອນຕົວອອກຈາກ ອີຢູ ພາຍຫຼັງຂໍ້ຕົກລົງດ້ານການຄ້າ ລະຫວ່າງ ຍີ່ປຸ່ນ - ອີຢູ, ເຊິ່ງຈະເຄີຍກວມເອົາ 30% ຂອງພື້ນຖານເສດຖະກິດທົ່ວໂລກ ແລະ ຈະມີປະສິດທິຜົນໃນເດືອນກຸມພາ  ຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ