ອັງກິດປະກາດຈຸດເວລາເລີ່ມເຈລະຈາກ່ຽວກັບບັນຫາ Brexit

ອັງກິດປະກາດຈຸດເວລາເລີ່ມເຈລະຈາກ່ຽວກັບບັນຫາ Brexit - ảnh 1
ທ່ານ​ນາງ Theresa May, ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ 

(vovworld) – ​ ​ວັນ​ທີ 20/3, ທ່ານ​ນາງ Theresa May, ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ໄດ້ປະ​ກາດ​ຈະ​ເຄື່ອ​ນ​ໄຫວຕາມ​ມາດ​ຕາ 50 ຂອງ​ສົນ​ທິ​ສັນ​ຍາ Lisbon ໃນ​ວັນ​ທີ 29/3 ຈະ​ມາ​ເຖິງ​ຢ່າງ​ເປັນ​ທາງ​ການ, ​ເພື່ອເລີ່ມ​ຕົ້ນ​ວິ​ວັດ​ການ​ເຈ​ລະ​ຈາ​​ກ່ຽວ​ກັບ​ເລື່ອງ​ນຳ​ປະ​ເທດ ອັງ​ກິດ ຖອ​ນ​ອອກ​ຈາກ​ສະ​ຫະ​ພາບ ເອີ​ລົບ (ອີ​ຢູ), ​ທີ່ຍັງ​ເອີ້ນ​ຫຍໍ້​ວ່າ Brexit. ສຳ​ນັກ​ຂ່າວ​ສານ ອັງ​ກິດ Reuter ໃຫ້​ຮູ້​ວ່າ: ລັດ​ຖະ​ບານ ອັງ​ກິດ ກໍ່ໄດ້​ປະ​ກາດ​ແນວ​ຄວາມ​ຄິດນີ້​ຂອງ​ທ່ານ​ນາ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ May ຕໍ່​ທ່ານ Donald Tusk, ປະ​ທານ​ສະ​ພາ​ເອີ​ລົບ (EC). ​ການປະ​ກາດ​ກຳ​ນົດ​ວັນ​ເລີ່ມ​​ປະ​ຕິ​ບັດ​ຕາມມາດ​ຕາ 50 ຂອງ​ສົນ​ທິ​ສັນ​ຍາ Lisbon ກ່ຽວ​ກັບ ອີ​ຢູ ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ອັງ​ກິດ ​ໄດ້​ປ່ອນ​ບັດ​ໃນ​ການ​ລົງ​ປະ​ຊາ​ມະ​ຕິ​ເມື່ອ​ເດືອນ 6/2016 ​ເປັນ​ເວ​ລາ 9 ເດືອນ, ໃນ​ນັ້ນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສ່ວນຫຼາຍໄດ້​ເລືອກ​​ເອົາ​ເລື່ອງ​ຖອນ​ອອກ​ຈາກ​ຊາຍ​ຄາ​ລວມ ເອີ​ລົບ. ວິ​ວັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ Brexit ລະ​ຫວ່າງ ອັງ​ກິດ ແລະ ອີ​ຢູ ອາດ​ຈະ​ແກ່​ຍາວ​ເປັນ​ເວ​ລາ 2 ປີ. ຕາມ​ບັນ​ດາ​ນັກ​ໄຈ້​ແຍກ​ແລ້ວ, ບັນ​ດາ​ການ​ເຈ​ລະ​ຈາທີ່​ຈະ​ມາ​ເຖິງ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​ສຳ​ຄັນ​​ທີ່​ສຸດສຳ​ລັບ​ປະ​ຊາ​ຊົນ ອັງ​ກິດ ທຸກ​ຄົນ ແລະ  ລອນດອນ ອາດ​ພຽງ​​ແຕ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ທີ່​ດີ​ກັບ ອີ​ຢູ ໃນ​ຂະ​ນະ​​ທີ່ລາ​ຊະ​ອາ​ນາ​ຈັກ​ສະ​ຫະ​ພັນ ອັງ​ກິດ ແມ່ນ​ກຸ່ມ​ກ້ອນ​ເອ​ກະ​ພາບ​.


ຂ່າວ/ບົດ​ອື່ນ