ອັງກິດສິ້ນສຸດການລົງປະຊາມະຕິ

ອັງກິດສິ້ນສຸດການລົງປະຊາມະຕິ - ảnh 1
ການ​ລົງ​ປະຊາ​ມະຕິ​ຢູ່ ອົງ​ກິດ
(ພາບ: THX/TTXVN)

(vovworld) - ​​ ​ເມື່ອ​ໄລ່​ຮອດ​ເວລາ 8 ​ໂມງ 30 ນາທີຕອນ​ເຊົ້າ​ວັນ​ທີ 24/06 ຕາມ​ເວລາ ຮ່າ​ໂນ້ຍ, ໝາກຜົນ​ແຫ່ງການກວດ​ບັດ​ຢູ່ 41/382 ສະ​ຖານ​ທີ​່ປ່ອນ​ບັດ​ໃນ​ການ​ລົງ​ປະຊາ​ມະຕິ​ຢູ່ ອັງ​ກິດ ​ໃຫ້​ເຫັນ​ວ່າ ອັດຕາ​ຜູ້​ສະໜັບສະໜູນ ອັງກິດ ອອກຈາກ​ສະຫະພາບ ​ເອີ​ລົບ (ອີ​ຢູ) ພວມນຳ​ໜ້າ​ດ້ວຍ 52,7% ຈຳນວນ​ບັດ​ ​ໃນ​ຂະນະ​ນັ້ນ ອັດຕາຜູ​້ສະໜັບສະໜູນ​ສືບ​ຕໍ່​ເປັນ​ສະມາ​ຊິກ ອີ​ຢູ ຄື​ເກົ່າກວມ 47,3%. ຕາມ​ສຳນັກ​ຂ່າວສານ BBC ​ແລ້ວ, ​ໃນ​ຈຳນວນ​ບັນດາ​ເຂດ​ຫາ​ກໍ່​​ປະກາດຜົນ​ແຫ່ງ​ການ​ລົງ​ປະຊາ​ມະຕິ​ນັ້ນ, ຢູ່ Birmingham ອັດຕາຜູ້​ມ​ີສິດ​ເລືອກ​ຕັ້ງສະໜັບສະໜູນ​​ເລື່ອງ ອັງກິດ ສືບ​ຕໍ່​ເປັນ​ສະມາ​ຊິກອີ​ຢູ ຄື​ເກົ່າ​ແມ່ນ 55% ​ເຖິງ 60%, ​​ແຕ່​ ຢູ່ Hartlepool ອັດຕາ​ຜູ້ສະໜັບສະໜູນການ​ອອກຈາກ ອີ​ຢູ ກວມ​ເຖິງ 70%. ບັນດາ​ເຂດ​​ທີ່ສະໜັບສະໜູນ​ການ​ອອກ​ຈາກ ອີ​ຢູ ລວມມີ: Sunderland, St Helens, Bury ​ແລະ Swansea. ​ເຖິງ​ຢ່າງ​ໃດ​ກໍ່ຕາມ ວົງ​ການ​ນັກ​ຊ່ຽວຊານ​ກໍ່​ໃຫ້​ຂໍ້​ສັງ​ເກດ​ວ່າ ປະຈຸ​ບັນບໍ່​ທັນ​ສະຫລຸບ​ຜົນ​ແຫ່ງ​ການ​ລົງ​ປະຊາ​ມະຕິ​ໄດ້ ຍ້ອນ​ວ່າ​ອັດຕາ​ກວດ​ບັດ​ ຍັງປ່ຽນ​ແປງ​ຢ່າງ​ຕໍ່​ເນື່ອງຢ​ູ່.

 

ຂ່າວ/ບົດ​ອື່ນ