ອັງກິດສ້າງຕັ້ງທ່າກ່ຳປັ່ນເສລີເພື່ອຊຸກຍູ້ການຄ້າພາຍຫຼັງ Brexit

(VOVWORLD) -ອັງກິດ ໄດ້ສ້າງແຜນການກໍ່ສ້າງທ່າກ່ຳປັ່ນເສລີ 10  ແຫ່ງ ພາຍຫຼັງຖອນອອກຈາກສະຫະພາບເອີລົບ (ອີຢູ).

ຕາມແຈ້ງການໃນວັນທີ 02 ສິງຫາ, ທ່ານ Liz Truss, ລັດຖະມົນຕີການຄ້າສາກົນອັງກິດ ໃຫ້ຮູ້ວ່າ, ບັນດາທ່າກ່ຳປັ່ນເສລີດັ່ງກ່າວຈະໄດ້ຮັບການກໍ່ສ້າງຢູ່ ບັນດາທ່າກ່ຳປັ່ນ ແລະ ສະໜາມບິນຢູ່ທົ່ວປະເທດ ພາຍຫຼັງ Brexit. ນີ້ຈະແມ່ນບັນດາສູນກາງດຳເນີນທຸລະກິດໃຫ້ແກ່ບັນດາວິສາຫະກິດໃນຂົງເຂດຜະລິດ ແລະ ການບໍລິການ, ຊ່ວຍໃຫ້ເຂົາເຈົ້າຫຼີກລ້ຽງໄດ້ຈາກການກວດກາ ແລະ ການເຮັດລະບຽບການທີ່ບໍ່ຈຳເປັນ, ພ້ອມທັງນຳມາເຊິ່ງບັນດາຜົນປະໂຫຍດດ້ານພາສີອາກອນ.

        ກ່ອນໜ້ານັ້ນ, ວັນທີ 31 ກໍລະກົດ, ທ່ານລັດຖະມົນຕີການເງິນອັງກິດ Sajit Javid ກໍ່ປະກາດບ້ວງລາຍຈ່າຍທີ່ມີມູນຄ່າ 2,54 ຕື້ USD ໂດຍບັງເອີ້ນເພື່ອໜູນຊ່ວຍວິວັດທະນາການປະເທດນີ້ຖອນອອກຈາກ Brexit ໃນທ້າຍເດືອນ ຕຸລາ, ໃນກໍລະນີບໍ່ມີຂໍ້ຕົກລົງກັບອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ