ອັງກິດ-ອີຢູສືບຕໍ່ມີຄວາມບໍ່ລົງລອຍກັນໃນການເຈລະຈາພາຍຫຼັງ Brexit

(VOVWORLD) -ອັງກິດ ຈະບໍ່ເຫັນດີກັບຂໍ້ສະເໜີໃດໆຈາກສະຫະພາບເອີລົບ (ອີຢູ) ທີ່ອະນຸຍາດໃຫ້ກຸ່ມນີ້ມີສິດປ່ຽນແປງລະດັບພາສີ ເມື່ອ ລອນດອນ ມີບັນດາການປ່ຽນແປງດ້ານກົດໝາຍ ພາຍຫຼັງຖອນອອກຈາກອີຢູ (ເອີ້ນວ່າ Brexit).

ອັງກິດ-ອີຢູສືບຕໍ່ມີຄວາມບໍ່ລົງລອຍກັນໃນການເຈລະຈາພາຍຫຼັງ Brexit - ảnh 1 ທ່ານ David Frost, ຫົວໜ້າຄະນະເຈລະຈາ Brexit ຂອງອັງກິດ

(ພາບ: AFP/TTXVN)

ວັນທີ 25 ມິຖຸນາ, ທ່ານ David Frost, ຫົວໜ້າຄະນະເຈລະຈາ Brexit ຂອງອັງກິດ ໃຫ້ຮູ້ວ່າ, ອັງກິດ ຈະບໍ່ເຫັນດີກັບຂໍ້ສະເໜີໃດໆຈາກສະຫະພາບເອີລົບ (ອີຢູ) ທີ່ອະນຸຍາດໃຫ້ກຸ່ມນີ້ມີສິດປ່ຽນແປງລະດັບພາສີ ເມື່ອ ລອນດອນ ມີບັນດາການປ່ຽນແປງດ້ານກົດໝາຍ ພາຍຫຼັງຖອນອອກຈາກອີຢູ (ເອີ້ນວ່າ Brexit). ເຖິງວ່າຍັງມີເວລາພຽງ 2-3 ເດືອນຕື່ມອີກກໍ່ຕາມ, ແຕ່ 2 ຝ່າຍກໍ່ຈະສິ້ນສຸດໄລຍະຫັນປ່ຽນ, ທຸກການພົວພັນລະຫວ່າງອັງກິດ ແລະ ອີຢູ ຈະໄດ້ກຳນົດໃນພື້ນຖານໃໝ່, ແຕ່ບັນດາຄວາມບໍ່ລົງລອຍກັນກ່ຽວກັບທັດສະນະໃນການເຈລະຈາລະຫວ່າງ 2 ຝ່າຍແມ່ນຍັງຫຼາຍຢູ່.

        ຮອບເຈລະຈາຄັ້ງຕໍ່ໄປຈະເລີ່ມດຳເນີນໃນອາທິດຈະມາເຖິງ. ທ່ານ David Frost ຖືວ່າ, ຄວນສຸມໃສ່ເບິ່ງວ່າ ອາດສາມາດບັນລຸໄດ້ບັນດາຄວາມກ້າວໜ້າຢ່າງວ່ອງໄວ ແລະ ພິເສດໄດ້ ຫຼື ບໍ່?

ຕອບກັບ

ຂ່າວ/ບົດ​ອື່ນ