ອັງກິດໃຫ້ຄຳໝັ້ນສັນຍາຫັນກົນໄກຈົດທະບຽນພັກອາໄສໃຫ້ພົນລະເມືອງອີຢູເປັນງ່າຍດາຍ

(VOVWORLD) -ວັນທີ 21 ມິຖຸນາ, ທ່ານ Sajid Javid ລັດຖະມົນຕີກະຊວງພາຍໃນ ອັງກິດ ໄດ້ປະກາດວ່າ: ນັບແຕ່ລະດູໃບໄມ້ຫລົ່ນຈະມາເຖິງ, ພົນລະເມືອງບັນດາປະເທດສະຫະພາບເອີລົບ (EU) ປະຈຸບັນ ພວມດຳລົງຊີວິດຢູ່ປະເທດນີ້ ອາດຈະເລີ່ມຕົ້ນຈົດທະບຽນພັກອາໄສພາຍຫລັງ ອັງກິດ ຖອນອອກຈາກ ອີຢູ (Brexit) ໃນເດືອນມິນາປີ 2019.

ອັງກິດໃຫ້ຄຳໝັ້ນສັນຍາຫັນກົນໄກຈົດທະບຽນພັກອາໄສໃຫ້ພົນລະເມືອງອີຢູເປັນງ່າຍດາຍ - ảnh 1ລັດຖະມົນຕີກະຊວງພາຍໃນອັງກິດ Sajid Javid.

ພາບ: AFP/Vietnam+

ກ່າວຄຳເຫັນຕໍ່ສະພາແຫ່ງຊາດ, ທ່ານລັດຖະມົນຕີ Sajid ໃຫ້ຮູ້ວ່າ: ວິວັດການຈົດທະບຽນພັກອາໄສໃຫ້ພົນລະເມືອງ ອີຢູ ຈະຖືກຫັນເປັນງ່າຍດາຍ ຕາມນັ້ນແລ້ວ ຜູ້ສົ່ງໃບຄຳຮ້ອງພຽງແຕ່ຕ້ອງການພິສູດໃຫ້ຮູ້ວ່າ: ເຂົາເຈົ້າດຳລົງຊີວິດຢູ່ອັງກິດຢ່າງຫນ້ອຍສຸດແມ່ນ 5 ປີ ແລະ ບໍ່ມີຄຳກ່າວຫາໃດທາງອາຍາ. ກົນໄກຈົດທະບຽນພັກອາໄສຈະເລີ່ມຕົ້ນແຕ່ລະດູໃບໄມ້ຫລົ່ນ ແລະ ຈະສຳເລັດໃນເດືອນ ມິນາປີ 2019. ການກຳນົດເວລາສຸດທ້າຍເພື່ອສົ່ງໃບຄຳຮ້ອງແມ່ນວັນທີ 30 ມິຖຸນາປີ 2021. ໃນຂະນະນັ້ນ ທ່ານນາງ Caroline Nokes ລັດຖະມົນຕີ ກະຊວງຮັບຜິດຊອບບັນຫາຄົນເຂົ້າເມືອງ ຖືວ່າ: ເລື່ອງສ້າງເງື່ອນໄຂສະດວກໃຫ້ພົນລະເມືອງ ອີຢູ ໃນການຂໍຫນັງສືອະນຸຍາດພັກອາໄສເພື່ອສືບຕໍ່ດຳລົງຊີວິດ ແລະ ເຮັດວຽກຢູ່ ອັງກິດ ແມ່ນບາດກ້າວເດີນສຳຄັນ ຍ້ອນພົນລະເມືອງ ອີຢູ ປະກອບສວ່ນຫລາຍສົມຄວນໃຫ້ແກ່ພື້ນຖານເສດຖະກິດ ແລະ ສັງຄົມ ອັງກິດ. ທ່ານນາງ ໃຫ້ຮູ້ວ່າ: ອັງກິດ ປາດຖະຫນາຢາກ ພົນລະເມືອງ ອີຢູ ສືບຕໍ່ພັກອາໄສຢູ່ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ