ອົງການກວດກາລັດຖະບານຫວຽດນາມຊຸກຍູ້ການຮ່ວມມືກັບອົງການຕິດຕາມກວດກາການບໍລິຫານອີຢິບ

ອົງການກວດກາລັດຖະບານຫວຽດນາມຊຸກຍູ້ການຮ່ວມມືກັບອົງການຕິດຕາມກວດກາການບໍລິຫານອີຢິບ - ảnh 1
(ອົງການກວດກາລັດຖະບານຫວຽດນາມຊຸກຍູ້ການຮ່ວມ
ມືກັບອົງການຕິດຕາມກວດກາການບໍລິຫານອີຢິບ)

(vovworld) - ​ໂດຍ​ປະຕິບັດ​ຂໍ້​ຕົກລົງ​ການຮ່ວມ​ມື​ລະຫວ່າງອົງການ​ກວດກາ​ລັດຖະບານ ຫວຽດນາມ ​ແລະ ອົງການ​ຕິດຕາມ​ກວດ​ກາ​ການ​ບໍລິຫານ ອີ​ຢິບ (ACA) ​ໃນ​ລະຫວ່າງ​ວັນ​ທີ 02 – 10/04, ຄະນະ​ຜູ້​ແທນຂະ​ແໜງ​ກວດ​ກາ​ ຫວຽດນາມ ​ໂດຍ​ທ່ານ ດັ້ງ​ກົງ​ຫວນ ຮອງ​ຫົວໜ້າ​ອົງການ​ກວດກາ​ລັດຖະບານ​ ​ເປັນ​ຫົວ​ໜ້າ​ຄະນະ, ​​ໄປ​ຢ້ຽມຢາມ ​ແລະ ​ແລກປ່ຽນ​ບົດຮຽນ​ຊີ້​ນຳ​ການ​ບໍລິຫານ​ວຽກ​ງານ​ກວດກາ, ຕິດຕາມກວດກາ ​ແລະ ປ້ອງ​ກັນ​ຕ້ານ​ການ​ສໍ້ລາດ​ບັງ​ຫລວງ​ກັບ​ອົງການ​ຕິດ​ຕາມ​ກວດກາ​ການ​ບໍລິຫານ ອີ​ຢິບ. ວັນ​ທີ 04/04, ທ່ານ ດັ້ງ​ກົງ​ຫວນ ຮອງ​ຫົວໜ້າ​ອົງການ​ກວດກາ​ລັດຖະບານ​ ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ Mohamed Erfan ປະທານ​ອົງການ​ຕິດຕາມ​ກວດກາ​ການ​ບໍລິຫານ ອີ​ຢິບ ​ແລະ ​ເຈລະຈາ​ກັບ​ທ່ານ​ຮອງ​ປະທານ Hesham Othmam. ນະ​ທີ່​ນີ້, ທ່ານ ດັ້ງ​ກົງ​ຫວນ ຮອງ​ຫົວໜ້າ​ອົງການ​ກວດກາ​ລັດຖະບານ​ ປາດ​ຖະໜາ​ວ່າ 2 ອົງການ​ສືບ​ຕໍ່​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ໃນ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ບຳລຸງ​ສ້າງ​, ຝຶກ​ອົ​ບຮົມ​ ​ແລະ ​ແລກປ່ຽນ​ບົດຮຽນ​ໃຫ້​ພະນັກງານ​ຂະ​ແໜງ​ກວດກາ ຫວຽດນາມ ກໍ່​ຄື​ຝ່າຍ​ອົງການ​ຕິດ​ຕາມ​ກວດກາ​ການ​ບໍລິຫານ ອີ​ຢິບ. 2 ຝ່າຍ​ພ້ອມ​ກັນ​ປຶກສາ​ຫາລື​ບັນດາ​ທິດທາງວຽກ​ງານ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນ 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສົ່ງ​ນັກ​ຊ່ຽວຊານ​ເກັ່ງ​​ຢູ່​ບາງ​ຂົງ​ເຂດ​​ໄປ​ນຳ​ຄະນະ ​ເພື່ອ​ເຂົ້າ​ຮ່ວມບັນ​ລະ​ຍາຍ, ປຶກສາ​ຫາລື ຫຼື ​ແລກປ່ຽນ​ບົດຮຽນ.

 

ຂ່າວ/ບົດ​ອື່ນ