ອົງການຕາງໜ້າການຄ້າຂອງຫວຽດນາມປະຕິບັດຕາມທິດນຳ “ ລະບຽບວິໄນ - ສັດຊື່ບໍລິສຸດ - ກະທຳ - ປະດິດຄິດສ້າງ - ປະສິ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ລັດຖະບານວາງຄາດໝາຍ ບັນລຸວົງເງິນສົ່ງອອກສູງ ສຳລັບສິນຄ້າຕົ້ນຕໍບາງປະເພດເຊັ່ນ: ເຂົ້າສານ, ກຸ້ງ, ຜະລິດຕະພັນການຢາ, ຜັກພືດ, ໝາກໄມ້. ສູ້ຊົນຍົກວົງເງິນການຄ້າຂອງຫວຽດນາມຂຶ້ນເຖິງ 500 ຕື້ USD
ອົງການຕາງໜ້າການຄ້າຂອງຫວຽດນາມປະຕິບັດຕາມທິດນຳ “ ລະບຽບວິໄນ - ສັດຊື່ບໍລິສຸດ - ກະທຳ - ປະດິດຄິດສ້າງ - ປະສິ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

ກ່າວຄຳເຫັນທີ່ກອງປະຊຸມທີ່ປຶກສາການຄ້າປີ 2018, ຕອນເຊົ້າວັນທີ 7 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ລັດຖະບານວາງຄາດໝາຍ ບັນລຸວົງເງິນສົ່ງອອກສູງ ສຳລັບສິນຄ້າຕົ້ນຕໍບາງປະເພດເຊັ່ນ: ເຂົ້າສານ, ກຸ້ງ, ຜະລິດຕະພັນການຢາ, ຜັກພືດ, ໝາກໄມ້. ສູ້ຊົນຍົກວົງເງິນການຄ້າຂອງຫວຽດນາມຂຶ້ນເຖິງ 500 ຕື້ USD. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີວ່າ : 

    “ ລັດຖະບານສັດຊື່ບໍລິສຸດ, ຮັບໃຊ້ ແລະ ກະທຳ, ດັ່ງນັ້ນອົງການຕາງໜ້າການຄ້າກໍຕ້ອງຮັບໃຊ້ການພັດທະນາ, ຮັບໃຊ້ວິສາຫະກິດເພື່ອພັດທະນາ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດຢູ່ພາຍໃນປະເທດ ແມ່ນສຳຄັນທີ່ສຸດ ແລະ ກໍແມ່ນທັດສະນະລຸລ່ວງ. ສິ່ງດັ່ງກ່າວ ກໍໝາຍຄວາມວ່າ ອົງການຕາງໜ້າການຄ້າຂອງຫວຽດນາມກໍຕ້ອງປະຕິບັດຕາມທິດນຳທີ່ວ່າ ລະບຽບວິໄນ - ສັດຊື່ບໍລິສຸດ - ກະທຳ - ປະດິດຄິດສ້າງ - ປະສິດທິຜົນ ດ້ວຍວຽກງານລະອຽດ ”

ຕອບກັບ

ຂ່າວ/ບົດ​ອື່ນ