ອົງການປະກັນສັງຄົມຫວຽດນາມ ນຳເອົາບຸນເຕັດແຫ່ງຄວາມອົບອຸ່ນມາໃຫ້ຄົນທຸກຍາກ

(VOVWORLD) -ລາຍການໄດ້ປະຕິບັດຢູ່ 63 ແຂວງ, ນະຄອນໃນລະຫວ່າງວັນທີ 17 – 20 ມັງກອນ 2022.
ອົງການປະກັນສັງຄົມຫວຽດນາມ ນຳເອົາບຸນເຕັດແຫ່ງຄວາມອົບອຸ່ນມາໃຫ້ຄົນທຸກຍາກ - ảnh 1ພິທີມອບບັດປະກັນໄພ
(ພາບ: baotintuc.vn)

ຕອນເຊົ້າວັນທີ 17 ມັງກອນ, ອົງການປະກັນສັງຄົມຫວຽດນາມ ໄດ້ຈັດການຜັນຂະຫຍາຍລາຍການ “ມອບປື້ມປະກັນສັງຄົມ, ບັດປະກັນໄພ, ມອບຂອງຂວັນ - ນຳເອົາບຸນເຕັດແຫ່ງຄວາມອົບອຸ່ນມາໃຫ້ຜູ້ທຸກຍາກລະດູບານໃໝ່ປີຂານ 2022”. ລາຍການໄດ້ປະຕິບັດຢູ່ 63 ແຂວງ, ນະຄອນໃນລະຫວ່າງວັນທີ 17 – 20 ມັງກອນ 2022.

        ທີ່ລາຍການດັ່ງກ່າວ, ໂດຍຕາງໜ້າຂະແໜງປະກັນສັງຄົມ ຫວຽດນາມ, ທ່ານຜູ້ອຳນວຍການໃຫຍ່ ຫງວຽນເທແມ້ງ ໄດ້ມອບຂອງຂວັນຈຳນວນ 375 ພູດໃຫ້ແກ່ຄົນເຈັບ 375 ຄົນຢູ່ 15 ໂຮງໝໍຂັ້ນສູນກາງຢູ່ ຮ່າໂນ້ຍ. ທ່ານ ຫງວຽນເທແມ້ງ ສະແດງຄວາມປາດຖະໜາວ່າ ຂອງຂວັນອັນນ້ອຍໆນີ້ຈະປະກອບສ່ວນຊ່ວຍໃຫ້ຄົນເຈັບຕ້ອນຮັບບຸນເຕັດຢ່າງເບີກບ່ານມ່ວນຊື່ນ, ມີຄວາມຜາສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ