ອົງການຜູ້ຕາງຫນ້າຫວຽດນາມຢູ່ຕ່າງປະເທດແມ່ນຂົວຕໍ່ເພື່ອເຊື່ອມໂຍງກັບເສດຖະກິດໂລກ

(VOVWORLD) -ປະຈຸບັນ ປະຊາຄົມວິສາຫະກິດຫວຽດນາມ ພວມມີຄວາມຕ້ອງການຫລາຍໃນການເຊື່ອມໂຍງເຂົ້າກັບເສດຖະກິດໂລກ
ອົງການຜູ້ຕາງຫນ້າຫວຽດນາມຢູ່ຕ່າງປະເທດແມ່ນຂົວຕໍ່ເພື່ອເຊື່ອມໂຍງກັບເສດຖະກິດໂລກ - ảnh 1 ການພົບປະສັງສັນກັບບັນດາຫົວຫນ້າອົງການຜູ້ຕາງຫນ້າຫວຽດນາມ        ຢູ່ ຕ່າງປະເທດ 

ວັນທີ 23 ພຶດສະພາ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັບກະຊວງການຕ່າງປະເທດ ຈັດຕັ້ງການພົບປະສັງສັນກັບບັນດາຫົວຫນ້າອົງການຜູ້ຕາງຫນ້າຫວຽດນາມ ຢູ່ ຕ່າງປະເທດ ອາຍຸການ 2017 – 2020 ເພື່ອແນໃສ່ຊຸກຍູ້ບັນດາການເຄື່ອນໄຫວສົ່ງເສີມດ້ານການຄ້າ, ການລົງທຶນ ຊ່ວຍໃຫ້ບັນດາວິສາຫະກິດຢູ່ພາຍໃນປະເທດພັດທະນາ. ທີ່ການພົບປະ, ທ່ານ ຮ່ວາງກວາງຟ່ອງ, ຮອງປະທານ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໃຫ້ຮູ້ວ່າ: ປະຈຸບັນ ປະຊາຄົມວິສາຫະກິດຫວຽດນາມ ພວມມີຄວາມຕ້ອງການໃຫຍ່ໃນການເຊື່ອມໂຍງເຂົ້າກັບເສດຖະກິດໂລກ ແລະ ຢາກໄດ້ຮັບການຊ່ວຍເຫລືອ, ເຊື່ອມຕໍ່ຂອງບັນດາອົງການຜູ້ຕາງຫນ້າຫວຽດນາມ ຢູ່ ຕ່າງປະເທດ. ບັນດາວິສາຫະກິດ ປາດຖະຫນາຢາກໃຫ້ອົງການຜູ້ຕາງຫນ້າຫວຽດນາມ ຢູ່ ຕ່າງປະເທດ ເປັນຂົວຕໍ່ເພື່ອຮ່ຳຮຽນເອົາບົດຮຽນຈາກບັນດາປະເທດ, ຈາກນັ້ນ ເພີ່ມກຳລັງຄວາມສາມາດແກ້ງແຍ້ງຂອງວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ