ອົງການພັດທະນະມະນຸດສະທຳສາກົນ ສືບຕໍ່ໜູນຊ່ວຍແຂວງ ກວາງຫງາຍ

ອົງການພັດທະນະມະນຸດສະທຳສາກົນ ສືບຕໍ່ໜູນຊ່ວຍແຂວງ ກວາງຫງາຍ - ảnh 1
ພາບປະກອບ

(vovworld) - ວັນ​ທີ 20/8, ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ຫງາຍ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ ອົງການ Plan International - ອົງການ​ພັດທະນາ​ມະນຸດສະທຳ​ສາກົນ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ໝາກຜົນ​ການ​ໜູນ​ຊ່ວຍ ​ແລະ ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​, ​ໂຄງການ​ແຜນ​ຮ່າງ​ໂດຍ Plan International (ຫຼື Plan) ໜູນ​ຊ່ວຍ​ໃນ​ຊຸມ​ປີຜ່ານມາ, ພ້ອມ​ທັງ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ປະຕິບັດ​ໂຄງການ ​ແຜນ​ຮ່າງຈະ​ປະຕິບັດ​ໃນ​ໄລຍະ 2013 – 2016. ​ແຕ່​ປີ 2000 – 2009, Plan ​ໄດ້​ໜູນ​ຊ່ວຍ​ແຂ​ວງ ກວາງ​ຫງາຍ 10 ​ໂຄງການ ດ້ວຍ​ຍອດ​ມູນ​ຄ່າ 160 ຕື້​ດົ່ງ. ທີ່​ການ​ເຮັດ​ວຽກ, ​ແຂ​ວງ ກວາງ​ຫງາຍ ​ໄດ້​ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ​ອົງການ Plan ​ໄດ້​ປະກອບສ່ວນ​ລົບ​ລ້າງ​ຄວາມ​ອຶດຫິວຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ຍົກສູງ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ​ເຂດ​​ໂຄງການ. ​ແຂວງ ກວາງ​ຫງາຍ ປາດ​ຖະໜາ​ໃຫ້ Plan ສືບ​ຕໍ່​ໜູນ​ຊ່ວຍ​ທ້ອງ​ຖິ່ນ, ພິ​ເສດ​​ແມ່ນ​ບັນດາ​ເຂດ​ພູດ​ອຍ, ​ເຂດ​ແຄມ​ທະ​ເລ.

ທ່ານ Glenn Gibeny, ຜູ້ອຳນວຍການ​ແຫ່ງ​ຊາດ Plan International ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, Plan ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ແຂວງ ກວາງ​ຫງາຍ ບາງ​ໂຄງການ. ​ເປົ້າ​ໝາຍ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ແມ່ນ ​ເດັກນ້ອຍ ​ແລະ ​ແມ່ຍິງ​ບັນດາ​ຕາ​ແສງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ຕາ​ມນັ້ນ​ແລ້ວ, ​ໄລຍະ 2013 – 2016, Plan ຈະ​ໜູນ​ຊ່ວຍ​ໃຫ້​ແຂວງ ກວາງ​ຫງາຍ ດ້ວຍ​ຈຳນວນ​ເງິນ​ປະມານ 50 ຕື້​ດົ່ງ.

ຂ່າວ/ບົດ​ອື່ນ