ອົງການພະລັງງານນິວເຄຼຍລັດເຊຍປະດັບຫຼຽນກາທີ່ລະນືກໃຫ້ນັກຊ່ຽວຊານຫວຽດນາມ3ຄົນ

ອົງການພະລັງງານນິວເຄຼຍລັດເຊຍປະດັບຫຼຽນກາທີ່ລະນືກໃຫ້ນັກຊ່ຽວຊານຫວຽດນາມ3ຄົນ - ảnh 1
(ພາບປະກອບ)

(vovworld) – ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງ​ພະ​ລັງ​ງານ​ນິວ​ເຄຼຍລັດ​ເຊຍ (24/09/1945 – 24/09/2015), ອົງການ​ພະລັງງານ​ນິວ​ເຄຼຍລັດ​ເຊຍ (Rosatom) ​ໄດ້​ຈັດ​ພິ​ທີ​ປະ​ດັບ​ຫຼຽນກາ​ທີ່​ລະນື​ກ​ໃຫ້​ນັກ​ຊ່ຽວຊານ​ລັດ​ເຊຍ ​ແລະ ຕ່າງປະ​ເທດ​ 30 ຄົນຍ້ອນ​ມີ​ການ​ປະກອບສ່ວນ​ຢ່າງ​ໃຫຍ່ຫຼວງ​ເຂົ້າ​ໃນ​ຂົງ​ເຂດ​ພະລັງານ​ນິວ​ເຄຼຍ. ນັກ​ຊ່ຽວຊານ​ຫວຽດນາມ 3 ຄົນ​ໄດ້​ຮັບ​ຫຼຽນ​ກາ​ທີລະ​ນຶກ​ໃນ​ຄັ້ງ​ນີ້​ເຄີ​ຍຮຽນ​ຈົບ​ມະຫາ​ວິທະຍາ​ໄລ ​ແລະ ມີ​ເວລາ​ປະຕິບັດ​ງານ​ຢູ່​ບັນດາ​ຫາກ​ຖານ​ນິວ​ເຄຼຍຢູ່​ໂຊ​ວຽດ​ເກົ່າ, ​ແມ່ນ​ບັນດາ​ນັກ​ຊ່ຽວຊານ​​ແຖວ​ໜ້າ​ຂອງ​ຫວຽດນາມ ​ໃນ​ຂົງ​ເຂດ​ນິວ​ເຄຼຍ ​ແລະ ມີ​ບັນດາ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງໃນການ​ພັດທະນາ​ພະລັງງານ​ນິວ​ເຄຼຍຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ