ອົງການອະນາ​ໄມ​ໂລກ ຕີ​ລາຄາ​ສູງ​ກໍາລັງ​ຄວາມ​ສາມາດ​ຂອງຫວຽດນາມ​ໃນ​ການ​ແຍກ​ເຊື້ອ​ໄວຣັ​ດສາຍ​ພັນ​ໃໝ່​ໂຄ​ໂຣນາ

(VOVWORLD) -ການແຍກເຊື້ອ ແລະ ປູກເຊື້ອໄວຣັດ nCoV ໄດ້ສໍາເລັດຜົນ, ອັນໄດ້ສ້າງເງື່ອນໄຂໃຫ້ແກ່ການວິໄຈບັນດາກໍລະນີຕິດເຊື້ອ ຫຼື ຖືກສົງໄສວ່າຕິດເຊື້ອໄວຣັດ nCoV ໄດ້ຢ່າງວ່ອງໄວ.

        ຕອນບ່າຍວັນທີ 7 ກຸມພາ, ທ່ານປະລິຍາເອກ Kidong Park, ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ຫວຽດນາມ ໄດ້ຕອບສໍາພາດຕໍ່ນັກຂ່າວຫວຽດນາມ ກ່ຽວກັບກໍາລັງ, ຄວາມສາມາດຂອງຫວຽດນາມ ໃນການແຍກເຊື້ອ ແລະ ປູກ ເຊື້ອໄວຣັດ nCoV ໄດ້ສໍາເລັດຜົນ, ອັນໄດ້ສ້າງເງື່ອນໄຂໃຫ້ແກ່ການວິໄຈບັນດາກໍລະນີຕິດເຊື້ອ ຫຼື ຖືກສົງໄສວ່າຕິດເຊື້ອໄວຣັດ nCoV ໄດ້ຢ່າງວ່ອງໄວ. ທ່ານປະລິນຍາເອກ Kidong Park ໃຫ້ຮູ້ວ່າ ອົງການອະນາໄມໂລກ ຮັບຮູ້ ແລະ ຕີລາຄາສູງກໍາລັງຄວາມສາມາດຂອງສະຖາບັນອະນາໄມກັນໂລກລະບາດສູນກາງໃນການແຍກເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່. ຫວຽດນາມ ມີລະບົບຫ້ອງທົດລອງດີທີ່ສຸດສໍາລັບບັນດາພະຍາດຕິດຕໍ່.

        ເລື່ອງແຍກເຊື້ອໄວຣັດສາຍພັນໃໝ່ ຈະແມ່ນປະຖົມປັດໄຈໃຫ້ແກ່ການຄົ້ນຄວ້າ ແລະ ພັດທະນາ ວັກຊິນປ້ອງກັນ, ຕ້ານໄວຣັດປະເພດດັ່ງກ່າວໃນອະນາຄົດ; ພ້ອມທັງມຸ່ງໄປເຖິງການກໍ່ສ້າງບັນດາຮູບຈໍາລອງສັດລ້ຽງໃນຫ້ອງທົດລອງ ເພື່ອໃຫ້ຂະແໜງສາທາລະນະສຸກມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບໄວຣັດ.

        ກ່ຽວຂ້ອງເຖິງໂລກລະບາດດັ່ງກ່າວ, ວັນທີ 8 ກຸມພາ, ຈີນ ໃຫ້ຮູ້ວ່າ ຈໍານວນຜູ້ເສຍຊີວິດຍ້ອນເຊື້ອພະຍາດອັກເສບປອດ ທີ່ເກີດຈາກເຊື້ອໄວຣັດສາຍພັນໃໝ່ ໂຄໂຣນາ ໄດ້ເພີ່ມຂຶ້ນເປັນ 717 ຄົນແລ້ວ, ລື່ນກາຍຈໍານວນຜູ້ເສຍຊີວິດຍ້ອນໂລກ SARS ທີ່ເກີດຂຶ້ນຢູ່ຈີນ ແລະ ເຂດປົກຄອງພິເສດ ຮົ່ງກົງ.

ຕອບກັບ

ຂ່າວ/ບົດ​ອື່ນ