ອົງການໄອຍະການ ອີຢິບ ສືບສວນອະດິດປະທານາທິບໍດີ Morsi

ອົງການໄອຍະການ ອີຢິບ ສືບສວນອະດິດປະທານາທິບໍດີ Morsi - ảnh 1
ຕຳຫຼວດຕິດຕາມກວດກາຜູ້ແຫ່ຂະບວນປະທ້ວງຢູ່ນະຄອນຫຼວງ ກາຍໂຣ
(ພາບ: dantri.com.vn)

(vovworld) – ​ວັນ​ທີ 13/7, ຫ້ອງ​ວ່າການອະທິ​ໄອ​ຍະ​ການ​ ອີ​ຢິບ ​​ໃຫ້​ຮູ້​ວ່າ: ພວມ​ດຳ​ເນີນ​ການ​ສື​ບສວນ​ບັນດາ​ຄຳ​ກ່າວ​ຜູກ​ໂທ​ດຕ້ານ​ຄືນ​ທ່ານ​ປະທານາທິບໍດີ​ຜູ້​ຖືກ​ປົດ​ຕຳ​ແໜ່​ງ Mohamed Morsi ພ້ອມ​ກັບ​ບັນດາ​ຫົວ​ໂປ​ຂອງ​ອົງການ​ອ້າຍ​ນ້ອງ ອິດສະ​ລາມ (MB) ​ແລະ ຂອງພັກ​ເສລີພາບ ​ແລະ ​ຍຸຕິ​ທຳ (FJP) - ​ເຊິ່ງ​ແມ່ນສາຂາ​ການ​ເມືອງຂອງ MB. ຕາມ​ນັ້ນ​ແລ້ວ, ທ່ານ Morsi ຖືກ​ສືບສວນ​ກ່ຽວ​ກັບ​ບັນດາ​ຄຳ​ກ່າວ​ຜູກ​ໂທດ​ຄື: ​ເປັນ​ນັກ​ສືບ, ​ເຂັ່ນຂ້າຜູ້​ແຫ່​ຂະ​ບວນປະ​ທ້ວງ, ຊຸກຍູ້​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ມີ​ອາວຸດ. ປະຈຸ​ບັນ, ທ່ານ Morsi ​ແລະ ຫົວ​ໂປ​ຂັ້ນ​ສູງ​ຂອງ MB ກໍ່​ພວມ​ປະ​ເຊີນ​ໜ້າ​ກັບ​ການ​ສືບສວນ​ອື່ນ​ທີ່​ກ່ຽວຂ້ອງ​ເຖິງ​ເຫດແຫກຄຸກ ​ໃນ​ການ​ລຸກ​ຮືຂຶ້ນ​ໂຄ້ນ​ລົ້ມ​ອຳນາດ​ການ​ປົກຄອງ​ຂອງ​ອະ​ດິດປະທານາທິບໍດີ Hosni Mubarak ​ໃນ​ຕົ້ນ​ປີ 2011.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ສຳນັກ​ຂ່າວສານ​ທາງ​ການ MENA ຂອງ ອີ​ຢິບ ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ນາຍົກລັດຖະມົນຕີຊົ່ວຄາວ ທ່ານ Hazem El – Beblawi ​ໂດຍ​ໃຫ້​ຮູ້​ວ່າ: ຄາດ​ວ່າ, ຄະນະ​ລັດຖະບານ​ໃໝ່​ຂອງ ອີ​ຢິບ ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ກາງ​ອາທິດ​ໜ້າ, ​ເຊິ່ງລວມມີ​ສະມາຊິກ 30 ທ່ານ ພ້ອມ​ກັບ​ຮອງ​ນາຍົກລັດຖະມົນຕີ 2 ທ່ານ ຮັບຜິດຊອບ​ທາງ​ດ້ານ​​ເສດຖະກິດ - ການປ້ອງ​ກັນ​ຄວາມ​ສະຫງົບ. ລັດຖະມົນຕີ​ຈຳ​ນວນ​ໜຶ່ງ​ໃນ​ປະຈຸ​ບັນຈະ​ສືບ​ຕໍ່​ດຳລົງ​ຕຳ​ແໜ່​ງ​ໃນ​ຄະນະ​ລັດຖະບານ​ໃໝ່.

ຂ່າວ/ບົດ​ອື່ນ