ອີຍີບຊຸກຍູ້ການໄກ່ເກ່ຍປ່ອງດອງຊາດຢູ່ປາແລດສຕິນ

ອີຍີບຊຸກຍູ້ການໄກ່ເກ່ຍປ່ອງດອງຊາດຢູ່ປາແລດສຕິນ - ảnh 1
(ພາບປະກອບ: THX/TTXVN)

​(vovworld) - ​ວັນ​ທີ 10/06, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອີ​ຍີບ Badr Abdel Atty​ແຈ້ງວ່າ, ກາຍ​ໂຣ ພວມ​ມານະ​ພະຍາຍາມ​ເພື່ອ​​ສືບ​ຕໍ່​ດຳ​ເນີນ​ຮອບ​ເຈລະຈາໄກ​່​ເກ່ຍປ່ອງ​ດອງ​ຊາດລະຫວ່າງ​ບັນດາ​ຝ່າຍ​​ຢູ່​ປາ​ແລດ​ສຕິນ. ທ່ານ Atty ​ໃຫ້​ຮູ້​ວ່າ, ​ໂດ​ຍບໍ່​ຫົວຊາ​ຕໍ່​ຫຼາຍ​ເຫດການ​ທີ່​ສັບສົນ​ພວມ​ເກີດ​ຂຶ້ນ​ໃນ​ພາກ​ພື້ນ, ອີ​ຍີບ ຍັງ​ຖື ປາ​ແລດ​ສຕີນ ​ແມ່ນ​ໜື່ງ​ໃນ​ບັນດາ​ຄວາມ​ສົນ​ໃຈ​ອັບ​ດັບ​ໜຶ່ງ ​ແລະ ຈະ​ມານະ​ພະຍາຍາມ​ໜູນ​ຊ່ວຍ​ເພື່ອ​ກ້າວ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ລັດ​ປາ​ແລດ​ສຕິນ ​ເອກະລາດ ດ້ວຍນະຄອນຫຼວງ​ແມ່ນ Jerusalem ຕາ​ເວັນ​ອອກ. ຕາມ​ທ່ານ Atty ​ແລ້ວ, ຖ້າ​ຫາກ​ບໍ່​ມີ​ການ​ໄກ່​ເກ່ຍລະຫວ່າງ Hamas ​ແລະ Fatah, ສັງຄົມປາ​ແລດ​ສຕິນ ຈະ​ສືບ​ຕໍ່​ຖືກ​ແບ່ງ​​ແຍກ, ສະ​ນັ້ນ​ຕ້ອງ​ມີ​ກຳລັງ​ດັ່ນຕື່ມ​ອີກ ​ເພື່ອ​ບັງຄັບ​ໃຫ້​ຝ່າ​ຍຕ່າງໆ​ເຈລະຈາ​ນຳ​ກັນ ​​ແລະ ຫຼຸ​ດຜ່ອນ​ຄວາມ​ບໍ່​ລົງ​ລອຍ​ກັນ ​ເພື່ອກະ​ກ່ຽມ​ໃຫ້​ຮອບ​ເຈລະຈາ​ສັນຕິພາບ​ກັບ​ອິດສຣາ​ແອນ ​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ