ອັດກອງປະຊຸມ AMM 47 ແລະ ບັນດາ ກອງປະຊຸມທີ່ກ່ຽວຂ້ອງ

ອັດກອງປະຊຸມ AMM 47 ແລະ ບັນດາ ກອງປະຊຸມທີ່ກ່ຽວຂ້ອງ - ảnh 1
(ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ 47)

(vovworld) –  ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ 47 (AMM 47) ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ຖືກ​ອັດ​ລົງ​ໃນ​ຕອນ​ຄໍ່າ​ວັນ​ທີ 10/08, ພາຍຫຼັງ​ເຮັດ​ວຽກ​ເປັນ​ເວລາ 5 ວັນ​ຢ່າງ​ຕັ້ງ​ໜ້າ ​ແລະ ມີ​ປະສິດທິ​ຜົນ. ກອງ​ປະຊຸມ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ, ຢືນຢັນ​ອາ​ຊຽນ ສືບ​ຕໍ່​ຮັກສາ, ປັບປຸງ​ກຸ່ມ​ກ້ອນ​ສາມັກຄີ ​ແລະ ​ເປັນ​ເອກະ​ພາບ​ຫຼັກ​ໝັ້ນກ່ຽວກັບ​ບັນດາ​ບັນຫາ​ພາຍ​ໃນ​ກຸ່ມ ​ແລະ ກາ​ນພົວພັນ​ຕ່າງປະ​ເທດ​ຂອງ​ອາ​ຊຽນ, ກໍ່​ຄື​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ. ບັນດາ​ລັດຖະມົນຕີ​ໄດ້​ຊົມ​ເຊີຍ​ຄວາມ​ກ້າວໜ້າ​ໃນ​ການ​ປະຕິບັດ​ວິວັດ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ (2009 - 2015) ​ແລະ ຢືນຢັນຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ ​ເຊື່ອມ​ຈອດ​ດ້ານ​ການ​ເມືອງ​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ​ເປັນ​ເອກະ​ພາບ​ດ້ານ​ເສດຖະກິດ, ໜ້າ​ທີ່​ຮັບຜິດຊອບ​ດ້ານ​ສັງຄົມ, ມຸ່ງ​ໄປ​ເຖິງ​ມະນຸດ, ຖື​ມະນຸດ​ເປັນ​ໃຈກາງ​ໃນ​ປີ 2015 ​ແລະ ​ໄກ​ກວ່າ​ນັ້ນອີກ. ມີ​ຜົນສຳ​ເລັດທີ່​ພົ້ນ​ເດັ່ນ​ທີ່​ບັນດາ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ຄວາມ​ສາມັກຄີ​ຂອງ​ອາ​ຊຽນ ​ໃນ​ບັນດາ​ບັນຫາ​ສຳຄັນ​​ໃນ​ພາກ​ພື້ນ. ອາ​ຊຽນ​ໄດ້​ເປັນ​ເຈົ້າ​ການ​ແລກປ່ຽນ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ສັນຕິພາບ, ຄວາມ​ສະຫງົບ ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ເລ​ຂາ​ທິການ​ໃຫຍ່​ອາ​ຊຽນ ​ເລ​ເລື​ອງມິ​ງ ​ໃຫ້​ຮູ້​ວ່າ.

        “ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ລັດຖະມົນຕີ​ສືບ​ຕໍ່​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ບັນດາ​ການ​ຜັນ​​ແປ່​ຫວ່າງ​ມໍ່ໆ​ມາ​ນີ້ ​ໄດ້​​ເຮັດ​​ໃຫ້​ຄວາມ​ຄັ່ງ​ຕຶງ​ເພີ່ມ​ຂຶ້ນ ​ແລະ ຢືນຢັນ​ຄືນ​ໃໝ່​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ກໍ່​ຄື​ຄວາມ​ສະຫງົບ​ປອດ​ໄພໃນ​ການ​ເດີນ​ທະ​ເລ ​ແລະ ສ້າງ​ຄວາມ​ເສລີ​ໃນ​ການ​ຄ້າຂາຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ລັດຖະມົນຕີ​ກໍ່​ຢືນຢັນ​ຄືນ​ຄຳໝັ້ນສັນຍາ​ສຳລັບ​ຫຼັກ​ໝັ້ນ 6 ຂໍ​້ຂອງ​ອາ​ຊຽນ ກໍ່​ຄື​ຕ້ອງ​ປະຕິບັດ​ຖະ​ແຫຼ​ງການ​ຮ່ວມອາ​ຊຽນ ກັບ​ຈີນ​ຢ່າງ​ເຂັ້ມ​ງວດ ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 10 ປີ​ແຫ່ງ DOC, ຮຽກ​ຮ້ອງ​ໃຫ້​ທຸກໆ​ຝ່າຍ​ທີ່​ກ່ຽວຂ້ອງ​ຕ້ອງ​ລະງັບ​ໃຈ, ຫຼີກ​ລ້ຽງ​ບັນດາ​ການ​ກະທຳ​ເຮັດ​ໃຫ້​ສະພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ ​ສົ່ງ​ຜົນ​ສະທ້ອນ​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ​​ແກ້​ໄຂ​ການ​ຂັດ​ແຍ້​ງຜ່ານ​ມາດ​ຕະການ​ໂດຍ​ສັນຕິວິທີ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນກໍ່​ຄືສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982”.

        ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທ​ດຫວຽດນາມ ຟ້າ​ມບິ່ງ​ມິ​ງ ນຳ​ໜ້າ, ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ບັນດາ​ບັນຫາ​ໃຫ້​ບຸລິມະສິດ​ລອ​ມຂອງ​ອາ​ຊຽນ ​ແລະ ບັນດາ​ຄູ່​ຮ່ວມມື.

ຂ່າວ/ບົດ​ອື່ນ