ອັດກອງປະຊຸມຄັ້ງທີ 29 ຂອງຄະນະປະຈຳສະພາແຫ່ງຊາດ

ອັດກອງປະຊຸມຄັ້ງທີ 29 ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1
(ກອ​ງປະຊຸມ​ຄັ້ງ​ທີ 29 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ)

(vovworld) –  ພາຍຫຼັງ​ເຮັດ​ວຽກ​ມາເປັນ​ເວລາ​ກວ່າ 2 ວັນ, ຕອນ​ເຊົ້າ​ວັນ​ທີ 16/07, ກອງ​ປະຊຸມ​ຄັ້ງ​ທີ 29 ຂອງຄະນະ​ປະຈຳ​ສະ​ພາ​ແຫ່ງ​ຊາດໄດ້​ອັດ​ລົງ. ກ່ອນ​ໜ້າ​ນັ້ນ, ​ເມື່ອ​ໃຫ້​ຄຳ​ເຫັນ​ຕີ​ລາຄາ​ໝາກຜົນ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້ເຫັນ​ດີ​​ໂດຍຖື​ວ່າ ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ​ໄດ້​ສຳ​ເລັດ​ລາຍການ​ທີ່​ໄດ້​ວາງ​ອອກ, ສ້າງ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ໝູ່ປະຊາຊົນ, ສາມັກຄີ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ເພື່ອ​ພັດທະ​ນາ​ປະ​ເທດ​ຊາດ, ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ. ສະພາ​ແຫ່ງ​ສາດ​ສືບ​ຕໍ່​​ປັບປຸງ, ປ່ຽນ​ໃໝ່​ໃນ​ວິວັດ​ການ​ກະກຽມ, ຈັດ​ຕັ້ງ ​ແລະ ຊີ້​ນຳ​ກອງ​ປະຊຸມ; ພ້ອມກັນ​ນັ້ນ​ແມ່ນ​ວຽກ​ງານ​ບໍລິຫານກໍ່​ມີ​ວິທະຍາສາດ, ມີ​ໄຫວ​ພິບ, ຮັບປະກັນ​ລັກສະນະ​ປະຊາທິປະ​ໄຕ, ກຳນົດ​ທິດ​ການ​ປຶກສາ​ຫາລື​​​ບັນດາ​ບັນຫາ​ຈຸດ​ສຸມ, ​ເສີມ​ຂະຫຍາຍ​ຄວາມ​ຮັບຜິດຊອບ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ.

        ກ່ຽວ​ກັບ​ວຽກ​ງານ​ກະກຽມ​ໃຫ້​ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 8, ມີ​ຫຼາຍ​ຄຳ​ເຫັນ​ຖື​ວ່າ ນີ້​ແມ່ນ​ກອງ​ປະຊຸມ​ມີ​ຈຳນວນ​ວຽກ​ງານ​ຢ່າງ​ຫຼວງ​ຫຼາຍ, ຈຸດ​ສຸມ​ແມ່ນ​ພິຈາລະນາ, ຕົກລົງ​ບັນດາ​ບັນຫາ​ເສດຖະກິດ​ສັງຄົມ, ງົບປະມານ​ຂອງ​ລັດ… ປີ 2014 ​​ແມ່ນ​ປີ​ທຳ​ອິດ​ທີ່​ຜັນ​ຂະຫຍາຍການ​ປະຕິບັດ​ລັດຖະທຳ​ມະນູນ​ໃໝ່, ສະ​ນັ້ນ ວຽກ​ງານ​ສ້າງ​ກົດໝາຍ, ກວດກາ, ປັບປຸງ, ​ເພີ່ມ​ເຕີມ, ປະກາດ​ໃຊ້​ບັນດາ​ເອກະສານນິຕິ​ກຳ​ໃໝ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ສຸມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ສະ​ເໜີ​ວ່າ.

        “ກອງ​ປະຊຸມ​ຄັ້ງ​ນີ້ ມີຮ່າງ​ກົດໝາຍ​ 16 17 ສະບັບໄດ້​ຮັບ​ການ​ຮັບຮອງ ​ແມ່ນ​ຫຼາຍ​ກວ່າ​ເມື່ອ​ທຽບ​ໃສ່ກອງ​ປະຊຸມ​ຄັ້ງ​ກອນ ​ທັງແມ່ນກອງ​ປະຊຸມ​ທີ່​ຮັບຮອງ​ບັນດາ​ກົດໝາຍ​ພາຍ​ຫຼັງລັດຖະທຳ​ມະນູນ. ສະ​ເໜີ​ໃຫ້​ຄະນະ​ປະຈຳ​ຊາບ​ຊຶມຈິດ​ໃຈ​ປະຕິບັດລັດຖະທຳ​ມະນູນ, ອະທິ​ປາຍ​ລັດຖະທຳ​ມະນູນ. ​​ໄລຍະ​ຜ່ານ​ມາ ພວກ​ເຮົາ​ໄດ້​ພິຈາລະນາ​ບັນດາ​ຮ່າງ​ກົດໝາຍ​ຄື ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສະພາ​ແຫ່ງ​ຊາດ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສານ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ໄອ​ຍະ​ການ ​ບົນ​ຈິດ​ໃຈ​ທີ່​ໄດ້​ຊາບ​ຊຶມ. ກົດໝາຍວ່າ​ດ້ວຍ​ບັດປະຈຳຕົ​ວ, ກົດໝາຍ​ວ່າ​ດ້ວຍ​ສຳມະ​ໂນ​ພົນລບະ​ເມືອງ, ສິດ​ເສລີ​ຂອງ​ພົນລະ​ເມືອງຕ້ອງ​ຮັບປະກັນ​ຈິດ​ໃຈ​ຮັບ​ໃຊ້​ປະຊາຊົນ”.

ຂ່າວ/ບົດ​ອື່ນ