ອັດກອງປະຊຸມຄັ້ງທີ 7 ຄະນະປະຈຳສະພາແຫ່ງຊາດຫວຽດນາມ ຊຸດທີ່ 13

ອັດກອງປະຊຸມຄັ້ງທີ 7 ຄະນະປະຈຳສະພາແຫ່ງຊາດຫວຽດນາມ ຊຸດທີ່ 13 - ảnh 1
ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ ​ໄດ້​ສຳ​ເລັດ​
     ກອງປະຊຸມຕາມ​ແຜນການ​ທີ່​ໄດ້​ວາງ​ອອກ
(ພາບ:quochoi.com)


Vovworld- ພາຍຫຼັງ​ດຳ​ເນີນ​ມາ​ເປັນ​ເວລາ 10 ວັນ, ກອງ​ປະຊຸມ​ຄັ້ງ​ທີ 7 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາ​ດຫວຽດນາມຊຸດທີ່ 13​ໄດ້​ອັດ​ລົງ. ກ່ອນ​ອັດ​ກອງ​ປະຊຸມ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາ​ດຫວຽດນາມ​ ​ໄດ້​ຮັບ​ຟັງ ​ແລະ ​ໃຫ້​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ເພີ່ມ​ເຕີມ​ຂອງ​ລັດຖະບານ​ຊຶ່ງ​ຕີ​ລາຄາ​ໝາ​ກຜົນ​ແຫ່ງ​ການ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ງົບ​ປະມານ​ແຫ່ງ​ລັດ​ປີ 2011 ​ແລະ ສະພາບ​ການ​ປະຕິບັດ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2012. ກຳມາ​ທິການ​ເສດຖະກິດ ສະພາ​ແຫ່ງ​ຊາ​ດຫວຽດນາມ​ສະ​ເໜີ​ລັດຖະບານ​ຄວນ​ລາຍ​ງານ​ຕໍ່​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ບັນດາ​ວິທີ​ການ​ເຕີບ​ໂຕ​ພ້ອ​ມກັບ​ບັນດາ​ວິທີ​ແກ້​ໄຂ​ປະຕິບັດ, ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ບໍລິຫານ, ຕັດສິນ​ນະ​ໂຍບາຍ​ຢ່າງ​ທັນ​ການ, ສອດຄ່ອງ​ກັບ​ການ​ຜັນ​ແປ​ຂອງ​ສະພາບ​ການ​ໃໝ່. ທ່ານ​ປະທານ​ສະພາ​​ແຫ່ງຊາດ​ຫວຽດນາມ Nguyen Sinh Hung ​ໃຫ້​ຄຳ​ຕັກ​ເຕືອນ​ວ່າ : “ ​ໃນ​ຈຸດ​ເວລາ​ນີ້, ພວກ​ເຮົາ​ຕ້ອງ​ມີ​ວິທີ​ແກ້​ໄຂ​ຢ່າງ​ມີ​ໄຫ​ວພິບ, ຕ້ອງ​ເຮັດ​ໃຫ້​ເສດຖະກິດ​ບັນລຸ​ລະດັບ​ການ​ເຕີບ​ໂຕ​ທີ່​ເໝາະ​ສົມ ​ແລ​ະ​ໃຫ້​ບຸລິມະສິດ​ແກ່​ບັນດາ​ຂະ​ແໜງ​ອາຊີບ​ທີ່​ສຳ​ຄັນ, ຮັບປະກັນ​ການ​ເຄື່ອນ​ໄຫວ​ສິນ​ເຊື່ອ​ຢ່າງ​ຖືກຕ້ອງ​ເພື່ອ​ຮັກສາ​ການ​ເຕີບ​ໂຕ​ຕິດ​ພັນ​ກັບ​ຊີວິດ​ຕົວ​ຈິງ, ການ​ເຕີບ​ໂຕ​ຕິດ​ພັນ​ກັບການ​ແກ້​ໄຂ​ຮັບ​ປະກັນ​ຊີວິດ​ສັງຄົມ. ພະຍາຍາມ​ຄວບ​ຄຸມ​ເງິນ​ເຟີ້​ຢູໃນ​ລະດັບ 9%, ການ​ເຕີບ​ໂຕ​ ຢູ່​ໃນ​ລະດັບ​ປະມານ 6%, ຈາກ​ນັ້ນ ຈະ​ສາມາດ​ຮັບປະກັນ​ຊີວິດ​ສັງຄົມ​ໄດ້ ”

     ກ່ວຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​​ແຫ່ງຊາດ​ຫວຽດນາມ Nguyen Sinh Hung ​​ໄດ້​ຊີ້​ແຈງ​ວ່າ ພາຍຫຼັງ​​ເຮັດ​ວຽກ​ຢ່າງ​ຕັ້ງໜ້າ ​ແລະ ຣີບ​ເຮັ່ງເປັນ​ເວລາ 10 ວັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ ​ໄດ້​ສຳ​ເລັດ​ຕາມ​ແຜນການ​ທີ່​ໄດ້​ວາງ​ອອກ, ຊຶ່ງ​ລວມທັງ​ວຽກ​ງານ​ສ້າງ​ກົດໝາຍ, ຕິດຕາມ​ກວດກາ ​ແລະ ຕັດສິນ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ. ​ແລະ ກໍ​ໃນ​ກອງ​ປະຊຸມ​, ​ແຜນ​ແມ່​ບົດ​ສັງ​ລວມສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ຂອງ​ລັດຖະບານ​ໄດ້​ຖືກ​ເລັ່ງ​ໃສ່​ປຶກສາ​ຫາລື​ຈາກ​ບັນດາ​ສະມາຊິກ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ​.

ຂ່າວ/ບົດ​ອື່ນ