ອັດກອງປະຊຸມຄັ້ງທີ 7ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມຊຸດທີ 11

ອັດກອງປະຊຸມຄັ້ງທີ 7ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມຊຸດທີ 11 - ảnh 1
ກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມຊຸດ​ທີ 11 ​ໄດ້​ອັດ​ລົງ​ດ້ວຍຜົນສຳເລັດຢ່າງດີງາມ

Vovworld- ກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມຊຸດ​ທີ 11 ​ໄດ້​ອັດ​ລົງ​ພາຍຫຼັງ​ດຳ​ເນີນ​ມາ​ເປັນ​ເວລາ 10ວັນ. ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກ​ໄດ້​ພິຈາລະນາ,​ຕົກລົງ, ໃຫ້ຄຳເຫັນຊີ້ນຳບັນດາບັນຫາຄື : ສືບຕໍ່ປ່ຽນແປງໃໝ່, ສ້າງລະບົບການເມືອງໃຫ້ ສົມບູນ​ແບບ, ປ່ຽນແປງໃໝ່, ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ທີ່​ມີ​ຕໍ່​ວຽກ​ງານ​ຂົນຂວາຍ​ປະຊາຊົນ; ຮ່າງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992; ສະຫຼຸບ 1 ປີ ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ວາງ​ແຜນ​ກຳນົດ​ພະນັກງານ​ຂັ້ນ​ຍຸດ​ທະ​ສາດ; ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ຍູ້​ແຮງ​ວຽກ​ງານ​ປົກ​ປັກ​ຮັກສາ​ຊັບພະຍາກອນ, ສິ່ງ​ແວດ​ລ້ອມ ​ແລະ ບາງ​ບັນຫາ​ທີ່​ສຳຄັນ​ອື່ນໆ. ກ່່າວຄຳ​ເຫັນ​ອັດກອງປະຊຸມ, ທ່ານ​ເລຂາທິ​ການໃຫຍ່ຄະນະບໍລິຫານງານສູນກາງພັກກອມ​ມູນິດ​ຫວຽດນາມ​ເນັ້ນ​ໜັກ​ວ່າ :

   “ ​ເພື່ອ​ປະຕິບັດ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ນີ້, ຕ້ອງ​ຊາບ​ຊຶມ​ແນວ​ຄິດ​ຂອງ​ປະທານ​ໂຮ່ຈິ​ມິນ ​ແລະ ບັນດາ​ທັດສະນະ​ຂອງ​ພັກ​ກ່ຽວ​ກັບການ​ ຂົນຂວາຍ​ປະຊາຊົນ, ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ, ພິ​ເສດ​ແມ່ນ​ຕ້ອງ​ເຄົບ​ລົບ​ນັບຖື ​ແລະ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ຢ່າງ​ເຕັມ​ສ່ວນ, ຕ້ອງ​ສຸດ​ຈິດ​ສຸດ​ໃຈ​ຕໍ່​ການ​ເບິ່ງ​ແຍງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ, ​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ​ຂອງ​ປະຊາຊົນ. ດຳ​ເນີນ​ການ​ກໍ່ສ້າງ​ປັບປຸງ​ພັກ, ສ້າງ​ລັດ, ອຳນາດ​ການ​ປົກຄອງ​ໃຫ້​ໂປ່​ງ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ. ພະນັກງານ, ລັດຖະກອນ,​ສະມາຊິກ​ພັກ​ຕ້ອງ​ເດ​ປັນ​ແບບຢ່າງ ​ເພື່ອ​ໃຫ້​ປະຊາຊົນ​ເຊື້ອ​ໝັ້ນ ​ແລະ ປະຕິບັດ​ຕາມ​ ”

     ກ່ຽງກັບ​ການ​ເພີ່ມ​ທະວີ ​ແລະ ປ່ຽນແປງໃໝ່​​ການ​ນຳພາ​ຂອງ​ພັກ​ທີ່​ມີ​ຕໍ່​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ທ່ານ​ເລຂາທິ​ການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມ​ມູນິດ​ຫວຽດນາມ​ເນັ້ນ​ໜັກ​ວ່າ ກອງປະຊຸມ​ໄດ້​ເປັນ​ເອກະສັນ​ກັນ​ຖື​ວ່າ ຕໍ່​ຈາກ ມະຕິກອງປະຊຸມສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ​ເລື່ອງ​ຄັ້ງ​ນີ້ ສູນ​ກາງ​ພັກ​ໄດ້​ປຶກສາ​ຫາລື ​ແລະ ປະກາດ​ໃຊ້​ມະຕິ​ກ່ຽວ​ກັບການ ປ່ຽນແປງໃໝ່ ​ແລະ ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ທີ່​ມີ​ຕໍ່​ວຽກ​ງານ​ຂົນຂວາຍ​ປະຊາຊົນ ​ແມ່ນ​ຈຳ​ເປັນ​ທີ່​ສຸດ​ໃນ​ສະພາບ​ການ​ປະຈຸ​ບັນ.

   ມ້ວນທ້າຍ​ບົດ​ກ່າວ​ປາ​ໄສ, ທ່ານ​ເລຂາທິ​ການໃຫຍ່ຄະນະບໍລິຫານງານສູນກາງ ພັກກອມ​ມູນິດ​ຫວຽດນາມ​ເນັ້ນ​ໜັກ​ວ່າ :

    “ ຄວາມ​ຮັບຜິດຊອບ​ຂອງ​ພວກ​ເຮົາ​ພາຍຫຼັງ ກອງປະຊຸມ​ແມ່ນ​ຜັນ​ຂະຫຍາຍ​ປະ​ຕິ​ບັດ​ບັນດາ​ມະຕິ ​ແລະ ຂໍ້​ສະຫຼຸບ​ຂອງ​ສູນ​ກາງ​ຊຶ່ງ​ຫາ​ກໍ​ໄດ້​ຮັບ​ການ​ຮັບຮອງ​ເອົາເປັນ​ຢ່າງ​ດີ. ສິ່ງ​ນີ້ ມັນ​ຮຽກຮ້ອງ​ໃຫ້​ຕ້ອງ​ມີ​ຄວາມ​ຕັດສິນ​ໃຈ​ຢ່າງ​ສູງ,​ຕ້ອງ​ມີ​ວິທີ​ການ​ເຮັດ​ວຽກ​ແບບ​ວິທະຍາ​ສາດ ” 

ຂ່າວ/ບົດ​ອື່ນ