ອັດກອງປະຊຸມຄັ້ງທີ12ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ11

ອັດກອງປະຊຸມຄັ້ງທີ12ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ11 - ảnh 1
​(ພິທີອັດກອງ​ປະຊຸມ​ຄັ້ງ​ທີ12ຄະ​ນະ​ບໍລິ​ຫານ​ງານ​ສູນ​
ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຊຸດ​ທີ11)

(vovworld) – ຕອນ​ບ່າຍ​ວັນ​ທີ 11/10, ກອງ​ປະຊຸມ​ຄັ້ງ​ທີ 12 ຄະ​ນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ​ຫວຽດນາມ ​ຊຸດ​ທີ 11 ​ໄດ້​ສຳ​ເລັດ​ບັນດາ​ເນື້ອ​ໃນ​ທັງ​ໝົດ​ທີ່​​ແຜນການ​ໄດ້​ວາງ​ອອກ ພາຍຫລັງ​ດຳ​ເນີນ​ມາ​ເປັນ​ເວລາ 7 ວັນ. ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ສູນ​ກາງ​ພັກ​ໄດ້​ເປັນ​ເອກະ​ພາບ​ກ່ຽວ​ກັບ​ທິດ​ທາງ​ການ​ປະຕິບັດ​ໜ້າ​ທີ່ ພັດທະນາ​ເສ​ດຖະກິດ - ສັງຄົມ​ປີ 2015, ​ແຜນ​ພັດ​ທະນາ​ເສດຖະກິດ - ສັງຄົມ​ປີ 2016. ກ່ຽວ​ກັບ​ວຽກ​ງານ​ບຸກຄະລາ​ກອນ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ສູນ​ກາງ​ພັກ​​ໄດ້​ປຶກສາ​ຫາລື​ຢ່າງ​ປະຊາທິປະ​ໄຕ, ພາ​ວະ​ວິ​ໄສ, ມີ​ຄວາມ​ທຽງທຳ, ຮອບດ້ານ​ກ່ຽວ​ກັບ​ບັນຊີ​ລາຍ​ຊື່​ບຸກຄະລາ​ກອນ​ໃໝ່​ທີ່​ໄດ້​ຮັບ​ການ​ແນະນຳ​​ເຂົ້າ​ຮ່ວມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ​ແລະ ບັນດາ​ວິທີ​ການ​ເລືອກ​ເຟັ້ນ, ພ້ອມ​ທັງ​​ໄຈ້​ແຍກ​ຕີ​ລາຄາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ເພີ່ມ​ເຕີມ ​ໃສ່​ບົດ​ລາຍ​ງານ ​ແລະ ວິທີ​ການ​ບຸກຄະລາ​ກອນ. ກ່າວຄຳ​ເຫັນ​ອັດກອງ​ປະຊຸມ​ຄັ້ງ​ທີ12ຄະ​ນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຊຸດ​ທີ11 ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ເນັ້ນ​ໜັກ​ວ່າ:

        “ ​ເລື່ອ​ງຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ນີ້​ເປັນ​ຢ່າງ​ດີ ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສຳ​ເລັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2015 ຢ່າງມີ​ໄຊ, ສ້າງ ​ແລະ ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2016, ປະຕິບັດ​ວຽກ​ງານ​ບຸກຄະລາ​ກອນ​ຄະນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກຊຸດ​ທີ 12 ​ເປັນ​ຢ່າງ​ດີ, ປະກອບສ່ວນ​ຮັບປະກັນ​ຜົນ​ຍສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ຊີ້​ນຳ​ນຳພາ​ຢ່າງ​ທັນ​ການ ​ແລະ ຖືກຕ້ອງ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ການ​ເລືອກ​ຄັ້ງ​ສະພາ​ປະຊາຊົນ​ຄັ້ງ​ຕ່າງໆ ອາຍຸ​ການ 2016 – 2021, ປັບປຸງ​ເພີ່​ມທະວີ​ການຈັດ​ຕັ້ງ​ກົງຈັກ​ລັດ, ຕອບສະໜອງຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ໜ້າ​ທີ່​ໄລຍະ 2016 - 2021”.

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສະ​ເໜີກຳມະການ​ສູນ​ກາງ​ພັກ​ແຕ່​ລະສະ​ຫາຍ​ຈົ່ງ​ເຊີດ​ຊູ​ຈິດ​ໃຈ​ຮັບຜິດຊອບ, ​ເປັນ​ແບບຢ່າງ​ນຳ​ໜ້າ​ໃນ​ການ​ປະຕິບັດ ​ແລະ ນຳພາ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ ​ແລະ ບັນດາ​ມະຕິ​ຂອງ​ສູນ​ກາງ​ພັກ​ເປັນ​ຢ່າງ​ດີ.

       

 

 

ຂ່າວ/ບົດ​ອື່ນ