ອັດກອງປະຊຸມຄັ້ງທີ33ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ກຸຍບາ

ອັດກອງປະຊຸມຄັ້ງທີ33ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ກຸຍບາ - ảnh 1
ອັດກອງປະຊຸມຄັ້ງທີ33ຄະນະກຳມະການ
ລະຫວ່າງລັດຖະບານຫວຽດນາມ-ກຸຍບາ
(ພາບ: VGP)


(vovworld) – ຕອນ​ເຊົ້າ​ວັນ​ທີ 19/11, ຢູ່​ຮ່າ​ໂນ້ຍ, ​ໄດ້ດຳ​ເນີນ​ວາລະ​ອັດ​ກອງ​ປະຊຸມ​ຄັ້ງ​ທີ 33 ຄະນະ​ກຳມະການລະຫວ່າງ​ລັດຖະບານ​ຫວຽດນາມ - ກຸຍ​ບາ. ​ໃນ​ການ​ເຮັດ​ວຽກ​ເປັນ​ເວລາ 3 ວັນ, ຄະນະ​ນັກ​ຊ່ຽວຊານ​ຫວຽດນາມ ​ແລະ ກຸຍບາ ​ໄດ້​ຕີ​ລາຄາ​ສະພາບ​ການ​ປະຕິບັດ​ເອກ​ກະສາ​ນກອງ​ປະຊຸມ​ຄັ້ງ​ທີ 32; ກຳນົດ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ທີ່​ເປັນ​​ໄປ​ໄດ້​ໃນ​ໄລຍະ 2015 – 2016 ບົນ​ພື້ນຖານ​ຄວາມ​ສາມາດ​ບົ່ມ​ຊ້ອນ, ຄວາມ​ຕ້ອງການ​ຂອງ​ແຕ່ລະ​ຝ່າຍ ​ແລະ ຈຸດໝາຍ​ບຸລະ​ມະ​ສິດ​ທີ່​ໄດ້​ວາງ​ອອກ​ໃນ​ລາຍ​ການ​ດຳ​ເນີນ​ງານ​​ເສດຖະກິດ 2 ຝ່າຍ​ໄລຍະ​ກາງ 2015 – 2020. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກໍ່ສ້າງ​ຫວຽດນາມ ຈິ້ງ​ດິ່ງ​ຢຸງ, ທັງ​ເປັນ​ປະທານ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ກຸຍບາ ຢືນຢັນ​ວ່າ, ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ໃໝ່​ລະຫວ່າງ 2 ປະ​ເທດ ​ໃນ​ຂົງ​ເຂດ​ການ​ຄ້າ, ກະສິກຳ, ​ເຕັກ​ໂນ​ໂລ​ຊີວະ​ສາດ ​ແລະ ສາທາລະນະ​ສຸກ… ຈະ​ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ 2 ປະ​ເທດ, ​ເໝາະ​ສົມ​ກັບ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດຖະບານ 2 ປະ​ເທດ.

        ທີ່​ພິທີ, ທ່ານ​ລັດຖະມົນຕີ ຈິ້ງ​ດິງຢຸງ ​ແລະ ທ່ານ​ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຄ້າ ​ແລະ ການລົງທຶນ​ຕ່າງປະ​ເທດ​ກຸຍ​ບາ - ທັງ​ເປັນປະທານ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກຸຍ​ບາ - ຫວຽດນາມ Rodrigo Malmierca Diaz ​ໄດ້​ລົງ​ນາມ​ໃນ​​ເອກະສານ​ກອງ​ປະຊຸມ​ຄັ້ງ​ທີ 33 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານຫວຽດນາມ - ກຸຍ​ບາ.
ຂ່າວ/ບົດ​ອື່ນ