ອັດກອງປະຊຸມຄັ້ງທີ49ຄະນະປະຈຳສະພາແຫ່ງຊາດ

ອັດກອງປະຊຸມຄັ້ງທີ49ຄະນະປະຈຳສະພາແຫ່ງຊາດ - ảnh 1
ກອງປະຊຸມຄັ້ງທີ49ຄະນະປະຈຳສະພາແຫ່ງຊາດ
(ພາບ​ປະ​ກອບ: TTXVN)

(vovworld) - ພາຍ​ຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 3 ວັນ, ຕອນ​ບ່າຍ​ວັນ​ທີ 15/06, ພາຍ​ໃຕ້​ການ​ເປັນ​ປະ​ທາ​ນ​ຂອງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິ​ມ​ເງິນ, ​ກອງ​ປະ​ຊຸມ​ຄັ້ງ​ທີ 49 ຂອງຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ອັດລົງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ອັດ​ກອງ​ປະ​ຊຸມຄັ້ງ​ທີ 49, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິ​ມ​ເງິນ ເນັ້ນ​ໜັກ​ວ່າ, ທີ່ກອງ​ປ​ະ​ຊຸມ​ຄັ້ງ​ນີ້, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ກະ​ກຽມ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​​ມະ​ເລີກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ໄດ້​ມອບ​​ໝາຍໃຫ້​ບັນ​ດາ​ອົງ​ການ​ມີ​ໜ້າ​ທີ່ ເປັນ​ເຈົ້າ​ການ​ສົມ​ທົບ​ກັນກວດ​ກາ, ກະ​ກຽ​ມ​ບັນ​ດາ​ເນື້ອ​ໃນ​ຢ່າງ​ຕັ້ງ​ໜ້າ ເພື່ອ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ເພື່ອ​ຍືນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ. ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ ຮັບ​ເອົາ​ຄຳ​ເຫັນ​ຂອງ​ຄະ​ນະ​ປະ​ຈ​ຳ​ສະ​ພາ​ແຫ່ງ​ຊາດ ສືບ​ຕໍ່​ປັບ​ປຸງ​​ຮ່າງ​ໂຄງ​ການ​ດຳ​ເນີນ​ງານ​ຂອງກອງ​ປະ​ຊຸມ​ໃຫ້​ສົມ​ບູນ​ແບບ, ພ້ອມ​ທັງ​ສືບ​ຕໍ່​ກະ​ຕຸກ​ຊຸກ​ຍູ້​ການ​ກະ​ກຽ​ມ​ບັນ​ດາ​ເນື້ອ​ໃນ​ເພືຶ່ອ​ຮັບ​ປະ​ກັນ​ໃຫ້​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລີກ​ດຳ​ເນີນ​ໄປ​​ຢ່າງ​ສຳ​ເລັດຜົນ.

ຂ່າວ/ບົດ​ອື່ນ