ອັດກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 34

(VOVWORLD) - ຕອນບ່າຍວັນທີ 10 ພຶດສະພາ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ອັດກອງປະຊຸມຄັ້ງທີ 34.
ອັດກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 34 - ảnh 1 ອັດກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 34 (ພາບ: quochoi.vn)

ກ່າວຄຳເຫັນອັດກອງປະຊຸມ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໊ອງ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງທີ 34, ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາບັນດາເນື້ອໃນສຳຄັນຫລາຍຢ່າງ. ການກະກຽມເອກະສານຂອງບັນດາອົງການສຳນັກງານທີ່ກ່ຽວຂ້ອງ ໄດ້ຮັບຄວາມເອົາໃຈໃສ່ກ່ວາ ກ່ຽວກັບຄຸນນະພາບ ໄດ້ຊ່ວຍໃຫ້ຄະນະປະຈຳສະພາແຫ່ງຊາດມີຄວາມສະດວກກ່ວາ ໃນການຕັດສິນບັນດາບັນຫາທີ່ໄດ້ວາງອອກ. ສະເໜີລັດຖະບານ, ບັນດາກຳມາທິການຂອງສະພາແຫ່ງຊາດ, ເລຂາທິການໃຫຍ່ສະພາແຫ່ງຊາດ, ບັນດາອົງການສຳນັກງານທີ່ກ່ຽວຂ້ອງ ອີງໃສ່ການສະຫລຸບຂອງຄະນະປະຈຳສະພາແຫ່ງຊາດ ເພື່ອຮັບເອົາສ້າງບັນດາຮ່າງກົດໝາຍໃຫ້ສຳເລັດ, ລາຍງານການຕິດຕາມກວດກາເພື່ອສົ່ງໃຫ້ສະມາຊິກສະພາແຫ່ງຊາດ ແລະ ຮັບເອົາປັບປຸງລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 7 ຄາດວ່າ ຈະໄຂຂຶ້ນໃນວັນທີ 20 ພຶດສະພາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ