ອັດກອງປະຊຸມຊາບຊຶມຜັນຂະຫຍາຍປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 11

ອັດກອງປະຊຸມຊາບຊຶມຜັນຂະຫຍາຍປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກ່າວຄຳເຫັນອັດກອງປະຊຸມ
(ພາບ: nguyenphutrong.net)

ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 2 ວັນ, ​ຕອນ​ເຊົ້າ​ວັນ​ທີ 29/2, ກອງ​ປະຊຸມ​ພະນັກ​ງານ​ທົ່ວ​ປະ​ເທດ​ຊາບ​ຊຶມ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ກອງ​ສູນ​ກາງ​ພັກກອມ​ມູນິດ​ຫວຽດນາມ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ “ບາງ​ບັນຫາ​ຮີບ​ດ່ວນ​​ໃນ​ການ​ກໍ່​ສ້າງ​ພັກ​ໃນ​ປະຈຸ​ບັນ” ​ໄດ້​ອັດ​ລົງ​ທີ່​ຮ່າ​ໂນ້ຍ. ສິ້ນສຸດ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່​ຄະນະບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ຊີ້​ນຳ, ອະທິບາຍ​ບາງ​ບັນຫາ​ຄວນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ວິ​ວັດ​ການ​ຊາບ​ຊຶມ, ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ຂອງ​ສູນກາງ, ຄຳ​ສັ່ງ ​ແລະ ​ແຜນ​ການ​ຂອງ​ກົມ​ການ​ເມືອງສູງ​ກາງ​ພັກ.

ມີຄຳ​ຄິດຄຳ​ເຫັນຂອງກ່ວາ 680 ​ເທື່ອ​ຄົນໄດ້​ປະກອບ​ທີ່​ວາລະ​ປຶກສາ​ຫາລື​ໄດ້​ໃຫ້​ເຫັນ: ຄວາມ​ເຫັນ​ດີ​ເປັນ​ເອກະສັນຢ່າງ​ສູງ​ກ່ຽວ​ກັບ​ຄວາມຈຳ​ເປັນ, ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11. ກອງ​ປະຊຸມ​ໄດ້​ສຸມ​ໃສ່​ເຮັດ​​ໃຫ້​ຈະ​ແຈ້ງ​ບັນດາ​ທັດສະ​ນາ​ຊີ້ນຳ, ບັນດາ​ເນືອ​ໃນ​ຈຸດ​ສຸມ, ບັນດາ​ມາດ​ຕະການ​ຄົບ​ຊຸດ ພິ​ເສດ​ແມ່ນ​ເລື່ອງ​ຕັດສິນ​ໃຈ​ປະຕິບັດ​ມະຕິ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟູ​ຈ້ອງ ຊີ້​ແຈງ​ວ່າ:

“ຖ້າ​ຫາກ​ໄດ້​ຕັດສິນ​ໃຈ​ແມ່ນ​ຕ້ອງ​ໄດ້​ເຮັດ, ຊອກ​ຫາ​ທຸກ​ວິທີ​ການ​ເພື່ອ​ເຮັດ, ຍາກ​ກໍ​ຕ້ອງ​ເຮັດ. ຈິດ​ໃຈ​ມື້ກ່ອນ​ກອງ​ປະຊຸມ​ກົມ​ການ​ເມືອງ ​ແມ່ນ​ຕັດສິນ​ໃຈ​ສູງ ​​ເປັນ​ເອກະ​ພາບ​ສູງ, ອອກ​ຂັ້ນ​ສູງ​ກາງ​ກໍ​ໄດ້​ຄື​ແນວ​ນັ້ນ. ຍາກ​ກໍ​ຕ້ອງ​ເຮັດ ​ເພາະວ່າ​ຖ້າ​ຫາກ​ບໍ່​ເຮັດ​​ແມ່ນ​ສົ່ງ​ຜົນ​ສະທ້ອນ​ເຖິງ​ພັກ ​ແລະ ລະບອບ. ຫວັງ​ວ່າ​ບັນດາ​ຜູ້​ແທນ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງສິ່ງ​ດັ່ງກ່າວ ​ແລະ ​ເຜີຍ​ແຜ່​ໃຫ້​ແກ່​ຊັ້ນ​ລຸ່ມ. ປະຊາຊົນ​ພວມ​ສະໜັບສະໜູນ, ​ແລະ​ ​ເອົາ​​ໃຈ​ໃສ່​ທີ່​ສຸດ​ເຖິງ​ວຽກງານ​ນີ້”

      ທ່ານ​ເລຂາທິການ​ໃຫຍ່​ ຫງວຽນຟູຈ້ອງ ຍັງ​ເນັ້ນ​ໜັກ​​ເຖິງ​ບາງບັນຫາ​ເພື່ອ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິສູນ​ກາງ​ພັກ​ຄັ້ງ​ທີ່ 4. ຕາມ​ນັ້ນ​ແລ້ວ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່, ຊາບ​ຊຶມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະຕິ​ຄວນ​ດຳ​ເນີນ​ຢ່າງ​ຂ້ຽວຂາດ ​ແລະ ຕ້ອງ​ພາວະ​ວິ​ໄສ. ຕາມ​ທ່ານ​ເລຂາທິການ​ໃຫຍ່​ ຫງວຽນຟູຈ້ອງ ແລ້ວ, ໂດຍອີງໃສ່ບັນດາຄຳຄິດຄຳເຫັນປະກອບ ຂອງບັນດາຜູ້ແທນ, ກົມ​ການ​ເມືອງຈະພິຈາລະນາ, ດັດປັບ, ເພີ່ມເຕີມແຜນການ, ກຳນົດວິທີການ ແລະ ລະດັບການຜັນຂະຫຍາຍປະຕິບັດມະຕິໃຫ້ສອດຄ່ອງ. ການສຳຫຼວດກວດກາ, ຕຳ​ໜິຕົນ​ເອງ ​ແລະ ຕຳ​ໜິໝູ່ ​ແມ່ນ​ຂອດ​ທີ່​ມີ​ຄວາມ​ໝາຍ​ສຳຄັນ. ທ່ານ​ເລຂາທິການ​ໃຫຍ່ ​ຫງວຽນຟູຈ້ອງ ​ເນັ້ນ​ໜັ້ກວ່າ :

   “ ວິທີ​ການ​ທີ່ 1 ​ແມ່ນ​ແຕ່​ລະສະ​ຫາຍ​ຕ້ອງ​ສຳ​ຫຼວດກວດ​ຄືນ​ຕົນ​ເອງ, ຄອບຄົວ​ຕົນ, ຫົວໜ່ວຍ​ຕົນ. ຮຽກຮ້ອງ​ໃຫ້​ມີ​ສະຕິ​ຕື່ນ​ຕົວ, ບໍ່​ຄວນ​ລໍຖ້າ​ຈັດ​ກອງ​ປະຊຸມ, ບໍ່​ຄວນ​ລໍຖ້າ​ເວລາ​ມີ​ກົນ​ໄກ​ນະ​ໂຍບາຍ. ນັບ​ແຕ່​ເວລາ​ນີ້, ພວກ​ເຮົາ​ຕ້ອງ​ດັບ​ປັບ​ຕົນ​ເອງ, ​ແລະ​ສັງ​ເກດ​ເບິ່ງ​ວ່າ​ມີ​ການ​ກະທຳ​ເຫັນ​ແກ່​ສ່ວນຕົວ, ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ​ຫຼື​ບໍ່? ມີ​ຄວາມ​ຈິງ​ໃຈ, ​ໂປ່​ງໄສ​ຫຼື​ບໍ່. ຖ້າ​ຫາກ​ສາມາດດັດ​ປັບດ້ວຍ​ຕົນ​ເອງ​ໄດ້​ນັ້ນ, ກໍ​ດີ​ແທ້. ນີ້​ຈະ​ເປັນ​ການ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ເລິກ​ເຊິ່ງ ​ແລະ ໝັ້ນຄົງ​ໃຫ້​ແກ່​ປະຊາຊົນ ”

    ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟູຈ້ອງ ຍັງ​ສະ​ເໜີ​ພັກ​ ແລະ ລັດ​ຈົ່ງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ພະນັກງານ, ​ໂດຍ​ສະ​ເພາະ​ແມ່ນ​ຕ້ອງ​ມີ​ກົນ​ໄກ​ຄັດ​ເລືອກ​ຢ່າງ​ພາວະ​ວິ​ໄສ, ມີ​ວິທະຍາສາດ​ເພື່ອ​ມີ​ຖັນ​ແຖວ​ພະນັກງານ​ມີ​ຄຸນສົມບັດ, ຄວາມ​ສາມາດ​ຢ່າງ​ພຽງພໍ.

 

 

 

 

ຂ່າວ/ບົດ​ອື່ນ