ອັດກອງ​ປະຊຸມ​ສຸດ​ຍອດ ​ບັນດາ​ປະ​ເທດ​ທະວີບອາ​ເມ​ລິ​ກາ

ອັດກອງ​ປະຊຸມ​ສຸດ​ຍອດ ​ບັນດາ​ປະ​ເທດ​ທະວີບອາ​ເມ​ລິ​ກາ - ảnh 1
(ພາບ: ອິນເຕີແນັດ)

( vovworld ) – ບັນດາ​ການ​ນຳ​ເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດ​ບັນດາ​ປະ​ເທດ​ທະວີບອາ​ເມ​ລິ​ກາ (OAS) ຢູ່ Colombia ຈັດ​ຂຶ້ນ​ເມື່ອ​ວັນ​ທີ 15/4 ບໍ່​ສາມາດ​ອອກ​ຖະ​ແຫຼ​ງການ​ຮ່ວມ​ພາຍຫຼັງອັດ​ກອງ​ປະຊຸມ ຍ້ອນ​ການ​ຄັດຄ້ານ​ຂອງ​ອາ​ເມ​ລິ​ກາ ​ແລະ ກາ​ນາ​ດາ ຕໍ່​ບັນດາ​ຂໍ້​ສະ​ເໜີ​ຮັບ ກູ​ບາ ​ເຂົ້​າ​ເປັນ​ສະມາຊິກ​ຂອງ​ກຸ່ມຄືນ​ໃໝ່. ​ປະທານາທິບໍ​ດີ​ປະ​ເທດ​ເຈົ້າພາບ Juan Manuel Santos ​ໃຫ້ຮູ້​ວ່າ ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ຍ້ອນ​ນະ​ໂຍບາຍ​ປໍ​ລະ​ປັກ​ຂອງ​ອາ​ເມ​ລິ​ກາ ​ທີ່​ມີ​ຕໍ່ ກູ​ບາ ໄດ້​ເປັນ​ການ​ກີດຂວາງບັນດາ​ທ່ານ​ປະມຸກ​ລັດ ບັນລຸ​​ໄດ້ຄວາມ​ເຫັນ​ດີ​ເຫັນ​ພ້ອມ​. ສິ່ງ​ທີ່​ໜ້າ​ສົນ​ໃຈ​ທີ່​ກອງ​ປະຊຸມ​ຄັ້ງນີ້​ແມ່ນ, ການ​ຄັດຄ້ານ​ນະ​ໂຍບາຍ​ຂວ້ຳບາດ​ຂອງ​ອາ​ເມ​ລິ​ກາ ທີ່​ມີ​ຕໍ່ ກູ​ບາ ​ໄດ້​ເຮັດ​ໃຫ້​​ປະທານາທິບໍ​ດີ​ ອາ​ເມ​ລິ​ກາ Barack Obam ຖືກ​ຕົກ​ຢູ່​ໂດດ​ດຽວ ​ແລະ ສະ​ແດງ​ໃຫ້​ເຫັນ​ວ່າ ຜົນ​ສະ​ທ້ອນ​ຂອງ​ອາ​ເມ​ລິ​ກາ ຢູ່​ພາກ​ພື້ນ​ນັບ​ມື້​ນັບຖື​ກຫລຸດ​ລົງ. ນະ​ໂຍບາຍ​ເງິນຕາ​ຂອງ​ອາ​ເມ​ລິ​ກາ​ໄດ້​ຮັບ​ການ​ຕຳນິຕິຕຽນຢ່າງ​ຮ້າຍແຮງ​ຈາກ ບຣາຊິນ ​ແລະ ຫຼາຍ​ປະ​ເທດໃນ​ພາກ​ພື້ນ. ອາ​ເມ​ລິ​ກາ ຢືນ​ຢູ່​ຕໍ່ໜ້າ​ກຳລັງ​ດັນ​ຢ່າງ​ແຮງ​ຂອງ​ຫຼາຍ​ປະ​ເທດ ຊື່​ງຮຽກຮ້ອງ​​ໃຫ້​ເຊີນ ກູ​ບາ ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງຕໍ່​ໄປ​ຂອງບັນດາ​ປະ​ເທດ​ທະວີບອາ​ເມ​ລິ​ກາ (OAS).

 

 


ຂ່າວ/ບົດ​ອື່ນ