ອັດກອງປະຊຸມສະໄໝ ສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 13


ອັດກອງປະຊຸມສະໄໝ ສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 - ảnh 1

(ພາບປະກອບ)

 (vovworld)- ​ ​ຕອນ​​ເຊົ້າວັນ​ທີ 24/6, ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອທີ 7 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ​ໄດ້​ສິ້ນ​ສຸດ​ລົງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໃຫ້​ຮູ້​ວ່າ: ທີ່​ສະ​ໄໝ​ປະຊຸມ​ຄັ້ງນີ້, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື, ຕີ​ລາຄາ​ສະພາບ​ການ​ປະຕິບັດ​ການ​ພັດທະນາ​ເສດຖະກິດ-​ສັງຄົມ​ປີ 2013 ​ແລະ ຊຸມ​ເດືອນ​ຕົ້ນປີ 2014. ສະພາ​ແຫ່ງ​ຊາດ​ຮັບ​ຮູ້​ຄວາມ​ຕັດສິນ​ໃຈ, ຄວາມ​ມານະ​ພະຍາຍາມ​ສູງຂອງ​ລັດຖະບານ, ບັນດາ​ຂະ​ແໜງ, ຂັ້ນຕ່າງໆ, ບັນດາ​ວິ​ສາ​ຫະກິດ​ພ້ອມ​ກັບ​ປະຊາຊົນ​ທົ່ວ​ປະ​ເທດໄດ້​ສ້າງ​ການ​ຫັນປ່ຽນ​ຢ່າງຕັ້ງໜ້າ​ໃນ​ການ​ສ້າງ​ສະຖຽນ​ລະ​ພາບ ​ແລະ ພັດທະນາ​ປະ​ເທດ​ຊາດ. ສະພາ​ແຫ່ງ​ຊາດ​ໄດ້​ຊີ້​ອອກ​ບັນດາ​ຂໍ້​ຕິດຂັດ​ໃນ​ບັນດາ​ຂະ​ແໜງ, ຂົງ​ເຂດ​ຕ່າງໆ​ຂອງ​ຊີວິດ​ເສດຖະກິດ-​ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ສະພາບ​ການ​ເອກະລາດ, ອະທິ​ປະ​ໄຕ, ຄວາມ​ສະຫງົບ​ປອດ​ໄພ​ຂອງ​ປະ​ເທດ​ຊາດ​ພວມ​ຖືກ​ນາບ​ຂູ່​ນັ້ນ, ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ປີ 2014 ​ແລ​ະ ຊຸມ​ປີ​ຕໍ່​ໄປ​ແມ່ນ​ຫຍຸ້ງຍາກ​ທີ່​ສຸດ:

   “ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງ, ຮອບດ້ານ ​ແລະ ວາງ​ອອກ​ບັນດາ​ມາດ​ຕະການ​ສຳຄັນ​ທີ່​ຕັ້ງໜ້າ. ສະພາ​ແຫ່ງ​ຊາດ​ຮຽກຮ້ອງ​ລັດຖະບານ, ບັນດາ​ຂະ​ແໜງ​ການ, ຂັ້ນຕ່າງໆ​ຈົ່ງ​ຍາດ​ແຍ່ງ​ກາລະ​ໂອກາດ, ຜ່າ​ນຜ່າ​ສິ່ງ​ທ້າ​ທາຍ, ສາມັກຄີ​ກັນ, ​ເອກະ​ພາບ​ພ້ອມ​ກັບ​ຖັນ​ແຖວ​ນັກທຸລະກິດ ​ແລະ ປະຊາຊົນ, ນັກຮົບ​ທົ່ວ​ປະ​ເທດ​ເສີມ​ຂະຫຍາຍ​ກຳລັງ​ພາຍ​ໃນ, ສູ້​ຊົນ​ປະຕິບັດສຳ​ເລັດ​ໜ້າ​ທີ່​ເສດຖະກິດ​ສັງຄົມ​ປີ 2014 ​ແລະ ​ໄລຍະ​ 5 ປີຄືແຕ່​ປີ 2011-2015 ຢ່າງ​ມີ​ໄຊ; ​ເດັດ​ດ່ຽວ​ປົກ​ປັກ​ຮັກສາ​ເອກະລາດ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ“.

     ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​​ເນັ້ນໜັກວ່າ: ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອທີ 7 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ດຳ​ເນີນ​ໄປ​ໃນ​ສະພາບ​ການ​ພາກ​ພື້ນ ​ແລະ ​ໂລກ​ມີ​ການ​ຜັນ​ແປ​ທີ່​ສັບສົນ, ບໍ່​ອາດ​ຄາດ​ຄະ​ເນ​ໄດ້. ດ້ວຍ​ເຈດ​ຕະນາ​ຢຶດຄອງ​ທະ​ເລ​ຕາ​ເວັນ​ອອກ, ​ຈີນ ​ໄດ້ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​​ໄຮ່​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ​ເອກະລາດ, ອະທິປະ​ໄຕ​ແຫ່ງຊາດ, ຄວາມ​ເສລີພາບ​ໃນ​ການ​ເດີນ​ທະ​ເລ, ການບິນຢູ່ ທະ​ເລ​ຕາ​ເວັນ​ອອກ​ຖືກ​ນາບ​ຂູ່​ຢ່າງ​ຮ້າຍ​ແຮງ. ສະພາ​ແຫ່ງ​ຊາດ​ຢືນຢັນ​ວ່າ: ການ​ກະທຳ​ຂອງ​ຈີນ ​ໄດ້​ລະ​ເມີດ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ, ອຳນາດ​ສານ​ຂອງ​ຫວຽດນາມ, ລະ​ເມີດ​ກົດໝາຍ​ສາກົນ.

   “ສະພາ​ແຫ່ງຊາດ​ໄດ້ອອກ​ແຈ້ງ​ການ​ປະກາດ​ຫຼັກໝັ້ນ​ເປັນ​ທຳຂອງຫວຽດນາມ, ​ເດັດດ່ຽວ​ຄັດຄ້ານ​ການ​ກະທຳ​ທີ່​ຜິດພາດ​ຂອງ​ຈີນ, ຮຽກຮ້ອງ​ຈີນ ຈົ່ງຖອນ​ຮ້ານ​ເຈະນ້ຳມັນ​ໄຮ​ຢາງ 981 ອອກ​ຈາກເຂດ​​ເສດຖະກິດ​ຈຳ​ເພາະແລະໄຫຼ່​ທະວີບ​ຂອງ​ຫວຽດນາມແລະ ບໍ່​ໄດ້​ດຳ​ເນີນ​ການ​ກະທຳ​ຄື​ແນວ​ນັ້ນຄືນ​ໃໝ່​ອີກ. ສະພາ​ແຫ່ງ​ຊາດ​ຮຽກຮ້ອງ​ປະຊາຊົນ, ນັກຮົບ​ທົ່ວ​ປະ​ເທດ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຈົ່ງ​ສາມັກຄີ​ກັນ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ​ເປັນເອກະ​ພາບ​ດ້ານເຈດ​ຈຳນົງ​ໃນການ​ກະທຳ​, ສະໜັບສະໜູນ ​ແລະ ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ, ​ເດັດ​ດ່ຽວ​ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຜືນແຜ່ນດິນ​​ບົນ​ພື້ນຖານ​ກົດໝາຍ​ສາກົນ, ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ​ປະ​ເທດ​ຊາດ“.

  ດ້ວຍ​ຈິດ​ໃຈ​ຮີບ​ເຮັ່ງ​ຜັນ​ຂະຫຍາຍ​ການ​ປະຕິບັດ​ລັດຖະທຳ​ມະນູນສະບັບ​ໃໝ່, ທີ່​ສະ​ໄຫມ​ປະຊຸມ​ຄັ້ງນີ້, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື, ຮັບຮອງ​ເອົາ​ກົດໝາຍ 11 ສະບັບ, ມະຕິ 2 ສະບັບ ​ແລະ ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ 16 ສະບັບ ​ແລະ ຮ່າງມະຕິອີກ​ສະບັບ 1./.

ຂ່າວ/ບົດ​ອື່ນ