ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ​ຊຸດ​ທີ 14

(VOVWORLD) -   ພາຍຫຼັງກອງປະຊຸມຖືກດຳເນີນມາເປັນເວລາ 19 ວັນ, ຕອນບ່າຍວັນທີ 17 ພະຈິກ, ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ໄດ້ດຳເນີນວາລະອັດກອງປະຊຸມຢູ່ຮ່າໂນ້ຍ.
ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ​ຊຸດ​ທີ 14 - ảnh 1 ອັດກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 (ພາບ: sggp.org.vn)

ກ່ອນບົດກ່າວປາໄສອັດກອງປະຊຸມຂອງ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ບັນດາສະມາຊິກສະພາແຫ່ງຊາດໄດ້ລົງມະຕິຮັບຮອງເອົາກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ), ລົງມະຕິຮັບຮອງເອົາ ມະຕິວ່າດ້ວຍວັນດຳເນີນການເລືອກຕັ້ງທົ່ວປະເທດ ສຳລັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15, ເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕ່າງໆ ອາຍຸການ 2021 – 2026. ບັນດາສະມາຊິກສະພາແຫ່ງຊາດຊຸດທີ 14 ກໍໄດ້ລົງມະຕິຮັບຮອງເອົາ ມະຕິກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 14. 

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ​ຊຸດ​ທີ 14 - ảnh 2 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ (ພາບ: quochoi.vn)

  ກ່າວຄຳເຫັນອັດກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 14, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ:

        “ບັນດາກົດໝາຍ, ມະຕິນີ້ ມີຄວາມໝາຍສຳຄັນ, ສົ່ງຜົນກະທົບຕໍ່ຊີວິດເສດຖະກິດ - ສັງຄົມຫລາຍດ້ານ ແລະ ການດຳລົງຊີວິດຂອງປະຊາຊົນ, ຮັບປະກັນລັກສະນະເປັນເອກະພາບ, ຄົບຊຸດຂອງລະບົບກົດໝາຍ, ແກ້ໄຂຄວາມຫຍຸ້ງຍາກ, ຕອບສະໜອບຄວາມຮຽກຮ້ອງຕ້ອງການພຶດຕິກຳຕົວຈິງທີ່ໄດ້ວາງອອກ ແນໃສ່ປະກອບສ່ວນຍົກສູງປະສິດທິຜົນການຄຸ້ມຄອງລັດ ແລະ ປະຕິບັດກົດໝາຍໃນຫລາຍຂົງເຂດ. ສະພາແຫ່ງຊາດໄດ້ສະເໜີລັດຖະບານ, ທຸກຂັ້ນ, ທຸກຂະແໜງການ, ຮຽກຮ້ອງປະຊາຄົມວິສາຫະກິດ ແລະ ປະຊາຊົນທຸກຊັ້ນວັນນະ ສືບຕໍ່ເສີມຂະຫຍາຍຢ່າງແຮງຈິດໃຈຊົນຊາດ, ຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ, ເປັນເຈົ້າການປ້ອງກັນ ຕ້ານໂລກລະບາດ, ຟື້ນຟູເສດຖະກິດ, ສູ້ຊົນປະຕິບັດບັນດາຕົວເລກຄາດໝາຍທີ່ໄດ້ວາງອອກໃຫ້ສຳເລັດຜົນ.

        ພາຍຫລັງວາລະອັດ, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວຽນແຮ້ງຟຸກ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ ປະກາດໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 14.

ຕອບກັບ

ຂ່າວ/ບົດ​ອື່ນ