ອັດກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13

ອັດກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 - ảnh 1
ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ຖືກ​ອັດ​ລົງ ຢູ່ ຮ່າ​ໂນ້ຍ

(vovworld) ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ຖືກ​ອັດ​ລົງ ຢູ່ ຮ່າ​ໂນ້ຍ, ພາຍຫລັງ​ເຮັດ​ວຽກ​ມາ​ເປັນ​ເວລາກ່ວາ 1 ​ເດືອນ​.

    ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້ ສະຫລຸບຄືນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສະມັນ​ເທື່ອ​ທີ 5. ກ່ອນ​ໜ້າ​ນັ້ນ, ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ, ບັນດາ​ ສສຊ ​​ໄດ້​ສະຫງວນ​ເວລາ​​ເພື່ອ​ປຶກສາ​ຫາລື ກ່ຽວ​ກັບ​ເລື່ອງ​ປະຕິບັດ​ແຜນກາ​ນພັດທະນາ​​ເສດຖະກິດ - ສັງຄົມ ປີ 2012 ​ແລະ ​ໄລຍະ 6 ​ເດືອ​ນຕົ້ນ​ປີ 2013. ບັນດາ ສສຊ ​ໄດ້ສະ​ເໜີ​ຫຼາຍ​ມາດ​ຕະການ​ແທດ​ຈິງ ​ເພື່ອ​ແກ້​ໄຂ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ກ່າວ​ວ່າ

“ສະພາ​ແຫ່ງ​ຊາດ​ຮຽກ​ຮ້ອງ​ໃຫ້​ລັດຖະບານ, ​ຂະ​ແໜງ​ການ, ຂັ້ນ​ຕ່າງໆ ​ແລະ ບັນດາທ້ອງ​ຖິ່ນ ​ໃນ​ຊຸມ​ເດືອນ​ທ້າຍ​ປີ ສຸມ​ໃສ່​ຜັນ​ຂະຫຍາຍ​ປະຕິບັດ​ແຜນ​ຮ່າງ​ສັງ​ລວມສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່​ຢ່າງ​ມີ​ປະສິດ​ທິຜົນ, ສ້າງ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ​ໃນ​ທຸກໆ​ດ້ານ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ເທື່ອ​ລະ​ກ້າວ, ຊຸກຍູ້​ການ​ຜະລິດ - ດຳ​ເນີນທຸລະ​ກິດພັດທະນາ, ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ໃຫ້​ເປັນ​ປົກກະຕິ​ກ່ວາ, ຫລຸດຜ່ອນ ໜີ​ເສຍ ​ແລະ ສິນຄ້າ​ຄ້າງ​ສາງ​, ສ້າງ​ວຽກ​ເຮັດ​ງານ​ທຳ, ຮັບປະກັນ​ຊີວິດ​ສັງຄົມ, ສູ້​ຊົນ​ສ້າງ​ສຳ​ເລັດ​ບັດ​ດາ​ຈຸດໝາຍ, ຄາດ​ໝາຍ​ຕົ້ນ​ຕໍ່​ຂອງ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2013 ​ເປັນ​ຢ່າງ​ດີ, ​ເປີດ​ແງ່​ຫວັງ​ໃໝ່​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ 5 ປີ 2011 - 2016”


ອັດກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 - ảnh 2
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ

ດ້ວຍ​ພຸມ​ປັນຍາ ​ແລະ ຄວາມ​ສຸດ​ຈິດ​ສຸດ​​ໃຈ, ບັນດາ ສສຊ ​ໄດ້​ປຶກສາ​ຫາລື​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ດ້ວຍ​ຈິດ​ໃຈ​ປະຊາທິປະ​ໄຕ, ກົງ​ໄປ​ກົງ​ມາ ​ແລະ ​ຄວາມ​ຮັບຜິດຊອບ​ສູງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໃຫ້​ຮູ້​ວ່າ:

“ສະພາ​ແຫ່ງ​ຊາດ​ຮຽກຮ້​ອງ​ໃຫ້​ຄະນະ​ຮຽບຮຽງ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ, ບັນດາ​​ອົງການ, ອົງການ​ຈັດ​ຕັ້ງ​ມີ​ຄວາມ​ຮັບຜິດຊອບ​ຄົ້ນ​ຄ້ວາ, ຮັບ​ເອົາ​ຄຳ​ເຫັນ​ຂອງ​ບັນດາ ສສຊ, ສືບ​ຕໍ່​ຮັບ​ເອົາ​ຄຳ​ເຫັນ​ປະກອບ​ຈາກ​ປະຊາຊົນ​ຮອດ​ວັນ​ທີ 30/9/2013 ​ເພື່ອ​ສ້າງ​ສຳ​ເລັດຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ ​ເພື່ອ​ຍືນ​ສະ​ເໜີ ສະພາ​ແຫ່ງ​ຊາດພິຈາລະນາ, ຮັບຮອງ​ເອົາ​ທີ່ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6.”

    ພາຍຫຼັງ​ວາລະ​ອັດ​ກອງ​ປະຊຸມ, ​ໄດ້​ດຳ​ເນີນ​ການ​ປະຊຸມ​ຂ່າວ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ ປະກາດ​ໝາກຜົນ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດຊຸດ​ທີ 13.

ຂ່າວ/ບົດ​ອື່ນ