ອັດກອງປະຊຸມສະໄໝສາມັນເທື່ອທີ11ສະພາແຫ່ງຊາດຊຸດທີ13

ອັດກອງປະຊຸມສະໄໝສາມັນເທື່ອທີ11ສະພາແຫ່ງຊາດຊຸດທີ13 - ảnh 1
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ

(vovworld) - ​​ພາຍຫລັງ​​ເຮັດ​ວຽກ​ມາເປັນ​ເວລາ 19 ວັນ, ກອງ​ປະຊຸມ​ສະ​ໄໝ​ສາມັນສຸ​ດທ້າຍ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 (2011 - 2016) ​ໄດ້​ອັດ​ລົງໃນ​ຕອນ​ເຊົ້າ​ວັນ​ທີ 12/04.

        ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ​ສະ​ໄໝ​ສາມັນ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ໃຫ້​ຮູ້​ວ່າ: ທີ່ກອງ​ປະຊຸມ​ສະ​ໄໝ​ສາມັນຄັ້ງນີ້ ສະພາ​ແຫ່ງ​ຊາດ​​ສະຫງວນ​ເວລາ​ພິຈາລະນາ, ຕີ​ລາຄາ​ສະພາບ​ການ​ປະຕິບັດ​​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ 5 ປີ 2011 – 2015, ປະກາດ​ໃຊ້​ມະຕິ​ຕົກລົງ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ 5 ປີ 2016 – 2020. ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ​ໃຫ້​ຮູ້​ວ່າ:

        “ຄາດໝາຍ 5 ປີ​ຈະ​ມາ​ເຖິງ ​ແມ່ນ​ຕ້ອງ​ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ສູ້​ຊົນ​​ເພື່ອ​ໃຫ້​ລະ​ດັບ​ເຕີບ​ໂຕ​ເສດຖະກິດ​ສູງ​ກ່ວາ 5 ປີ​ກ່ອນ; ສືບ​ຕໍ່​ຍູ້​ແຮງ​ການ​ປະຕິບັດ​ບັນດາ​ບຸກທະລຸ​ຍຸດ​ທະ​ສາດ, ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່ ຕິດ​ພັນ​ກັບ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ; ຍົກ​ສູງສະມັດ​ຕະພາບ​ແຮງ​ງານ, ປະສິດ​ທິຜົນ ​ແລະ ກຳລັງ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ. ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ; ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງກ່ຽວ​ກັບການ​ປ້ອງ​ກັນ ຕ້ານການ​ສໍ້​ລາດ​ບັງ​ຫລວງ, ປະຕິບັດ​ການ​ປະຢັດ,

ຕ​້ານການຟຸມ​ຟືອຍ. ​ເດັດດ່ຽວ, ຢຶດໝັ້ນຕໍ່ສູ້​​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ​້ວນຂອງ​ປະ​ເທດ​ຊາດໄວ້​ຢ່າງ​ໝັ້ນຄົງ; ​​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ສ້າງ​ສະພາບ​ແວດ​ລ້ອມ​ທີ່ສະ​ດວກ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ; ສູ້​ຊົນ​ນຳ ຫວຽດນາມ ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​​ໂດຍ​ພື້ນຖານຕາມ​ທິດ​ທັນ​ສະ​ໄໝ ກ້າວ​ຂຶ້ນ​ບົນ​ເສັ້ນທາງ​ພັດທະນາ​ໃໝ່ຢ່າງ​ໝັ້ນຄົງ”

        ສະພາ​ແຫ່ງ​ຊາດ​ໄດ້​ຕົດ​ລົງ​ປັບປຸງ​ແຜນຜັງການ​ນຳ​ໃຊ້​ທີ່​ດິນ​​ຮອດ​ປີ 2020 ​ແລະ ​ແຜນການ​ນຳ​ໃຊ້​ທີ່​ດິນ​​ທ້າຍ​ໄລຍະ 2016 – 2020 ລະດັບ​ຊາດ ​ແລະ ຮັບຮອງ​ເອົາ​ກົດໝາຍ 7 ສະບັບ. ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ ຢືນຢັນ​ວ່າ: ​​ເມື່ອ​ຫວນ​ຄືນ​ອາຍຸ​ການ​ທັງ​ໝົດ​, ສາມາດ​ຢັ້ງຢືນ​ໄດ້​ວ່າ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ເຮັດ​ລ້ອນໜ້າ​ທີ່​ປະກາດ​ໃຊ້​ລັດຖະທຳ​ມະນູນ​ປີ 2013 ​ແລະ ​ສຳ​ເລັດ​​ເລື່ອງ​ຫັນ​ລັດຖະທຳ​ມະນູນ​ເປັນ​ລະອຽດ​​ເຂົ້າໃນ​ບັນດາ​ກົດໝາຍ​ໂດຍ​ພື້ນຖານ.

        ທີ່ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11, ສະພາ​ແຫ່ງ​ຊາດ​ສະຫງວນເວລາ​ພິຈາລະນາ​ບັນດາ​ບົດ​ລາຍ​ງານ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ, ປະທານ​ປະ​ເທດ, ລັດຖະບານ, ນາຍົກລັດຖະມົນຕີ, ປະທານ​ສານ​ປະຊາຊົນ​ສູງ​ສຸດ, ຫົວໜ້າ​ອົງການ​​ໄອຍະ​ການປະຊາຊົນ​ສູ​ງສຸດ, ຫົວ​ໜ້າ​ອົງການ​ກວດ​ສອບ​ແຫ່ງ​ລັດ.

        ​ເມື່ອ​ເຕື້​ອງ​ເຖິງ​ວຽກ​ງານ​ບຸກຄະລາ​ກອນ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ເນັ້ນ​ໜັກ​ວ່າ:

“ເພື່ອ​ຕອ​ບ​ສະ​ໜອງວ​ຽກ​ງານ​ຊີ້​ນຳ​ນຳ​ພາຂອ​ງ​ພັກ, ​ການບໍ​ລິ​ຫານ​ຂອງ​ລັດ ຢ່າງ​ທັນ​ການ, ສະ​ພາ​ແຫ່ງ​ຊາດໄດ້​ຕົກ​ລົງ​ໃຫ້​ພົ້ນ​ຕຳ​ແໜ່ງ, ເລືອກ​ຕັ້ງ, ໃຫ້​ສັດ​ຕະ​ຍາ​ບັນ​​ບາງ​ຕຳ​ແໜ່ງບຸກ​ຄະ​ລາ​ກອນ​ຂັ້ນ​ສູງ​ຂອງ​ລັດ; ຮັບ​ປະ​ກັນ​ລັກ​ສະ​ນະ​ປະ​ຊາ​ທິ​ປະ​ໄຕ, ຖືກ​ກັບ​ແຜນ​ນະ​ໂຍ​ບາຍ, ການ​ກຳ​ນົດ​ທິດ​ຂອງ​ພັກ ແລະ ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ. ເປັນ​ຄັ້ງ​ທຳ​ອິດ​ທີ່​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ປະ​ເທດ, ນາ​ຍົກ​ລັດ​ຖະ​ມົນ​ຕີ, ປະ​ທານ​ສານ​ປະ​ຊາ​ຊົນ​ສູ​ງ​ສຸດ ໄດ້ສ​າ​ບານ​ຕົວ​ ຈົ່ງ​ຮັກ​ພັກ​ດີ​ຕ​ໍ່​ປະ​ເທດ​ຊາດ, ​ຕໍ່ປະ​ຊາ​ຊົນ ແລະ ລັດ​ຖະ​ທຳ​ມະ​ນູນຕ​ໍ່​ສະ​ພາ​ແຫ່ງ​ຊາດ, ໃຫ້​ຄຳໝັ້ນ​ສັ​ນ​ຍາ​ຕໍ່​ສະ​ພາ​ແຫ່ງ​ຊາດ ແລະ ປະ​ຊາ​ຊົນ ຈະ​ມາ​ນະ​ພະ​ຍາ​ຍາມ​ສ​ູ້​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່ ທີ່​ໄດ້​ຮັບ​ມອບ​ໝາຍ. ສະ​ພາ​ແຫ່ງ​ຊາດ​ໄດ້​ສະ​ໜັບ​​ສະ​ໜູນ​​ບັນ​ດາ​ທ່ານ​ທີ່​ຫາກໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ, ໃຫ້​ສັດ​ຕະ​ຍາ​ບັນ, ພ້ອມ​ທັງ​ຮ​ຽກ​ຮ້ອງ​ໃຫ້​ບັນ​ດາ​ການ​ນຳ ສືບ​ຕໍ່​ຝຶກ​ຝົນ​ຫຼໍ່​ຫຼອມ, ສູ້​ຊົນ, ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ເຊິ່ງພັກ, ລັດ ແລະ ປະ​ຊາ​ຊົນ ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ​ມອບ​ໝາຍ​ໃຫ້​”.

        ເພື່ອ​ກະ​ກ​ຽ​ມ​ໃຫ້ແກ່ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິ​ມ​ເງິນ ຮຽກ​ຮ້ອງ​ໃຫ້​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ, ລັດ​ຖະ​ບານ ແລະ ບັນ​ດາ​ຂະ​ແໜງ​ການ ຕັ້ງ​​ໜ້າ​ຜັນ​ຂະ​ຫຍາຍ​ການ​ກະ​ກຽ​ມ ແລະ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸ​ກ​ຂັ້ນ​ອາ​ຍຸ​ການ 2016 – 2021, ຮັບ​ປະ​ກັນ​ເພື່ອ​ໃຫ້​ເຫດ​ການ​ການ​ເມືອງ​ທີ່​ສຳ​ຄັນ​​ຍິງນີ້​ດຳ​ເນີນ​ໄປ​ຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ, ຖືກ​ຕາມ​ກົດ​ໝາຍ, ​ມີ​ຄວາມປອດ​ໄພ, ປະ​ຢັດ, ​ກາຍເປັນ​ວັນ​ບຸນໃຫຍ່​ຂອງ​ທົ່ວ​ປວ​ງ​ຊົນ​ຢ່າງ​ແທ້​ຈິງ.

        ​ເມື່ອຫວນ​ຄືນ​ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ 5 ປີຜ່ານ​ມາ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ​ ຖ​ື​ວ່າ.

        “ໄລ​ຍະ 5 ປີ ຜ່ານ​ມາ, ອາ​ຍຸ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປ​ະ​ຊາ​ທິ​ປະ​ໄຕ​, ​ມີ​ຄວາມສາ​ມັກ​ຄີ, ມີພູມ​ປັນ​ຍາ, ຟົດ​ຟື້ນ ແລະ ການ​ປ່ຽນ​ໃໝ່ໃກ້​ຈະ​ສິ້ນ​ສຸດ​ລົງ. ​​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດແຕ່​ລະ​ທ່ານ​ຍາມ​​ໃດ​ກໍ່ຮູ້​ສຶກວ່າ ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່ອ​ສົມກັບ​ຄວາມ​​ລໍ​ຄອຍ ແລະ ຄວາ​ມມຸ່ງ​ມາດ​ປ​າດ​ຖະ​ໜາ​​ຂອງ​ປະ​ຊາ​ຊົນ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ເຖິງວ່າ​​ຈະ​ສືບ​ຕໍ່ດຳ​ລົງ​ຕຳ​ແໜ່ງ​​ ຫຼື ຖືກ​ແຕ່ງ​ຕັ້ງ​ຮັບ​ຜິ​ດ​ຊອບ​ວຽກ​ງານ​ອື່ນໃດ​ກໍ່​ຕາມ, ​ຍາມ​ໃດບັນ​ດາ​​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດກໍ່​ສື​ບ​ຕໍ່​ມ​າ​ນະ​ພະ​ຍາ​ຍາມ ​ປະ​ກອບ​ສ່ວນ​ໃຫ້​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ວຽກ​ງານ​​ອື່ນໆຂອງ​ປະ​ເທດ​ຊາດ​ຢ່າງ​ສຸດ​ຈິດ​ສຸດ​ໃຈ”.

        ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ກໍ​ສະ​ແດງ​ຄວາມ​​ຮູ້​ບຸນ​ຄຸນ​ມາ​ຍັງປະ​ຊາ​ຊົນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດທີ່​ໄວ້​ເນື້ອ​ເຊື​່ອ​ໃຈ, ມອບ​ໝາຍ​ໜ້າ​ທີ່​ສຳ​ຄັນໃຫ້​ບັນ​ດາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແມ່ນ​ປະ​ຕິ​ບັດສິດ​ອຳ​ນາດ​ຂອງ​ປະ​ຊາ​ຊົນ. ດ້ວຍ​ສະ​ຕິຄວາມ​ຮັບ​ຜິດ​ຊອບ​ຕໍ່​ປະ​ຊາ​ຊົນ, ຕໍ່​ປະ​ເທດ​ຊາດ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຊື່ອ​ໝັ້ນ​ວ່າ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ຈະ​​ສຳ​ເ​ລັດບັນ​ດາ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ, ​ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​.

 

ຂ່າວ/ບົດ​ອື່ນ